
ໂລກທີ່ສ້າງຂຶ້ນເພື່ອທຸກຄອບຄົວ!

ກ່ຽວກັບ ພຣູເດັນໂຊລ໌
ຄຳຖາມທີ່ມັກຖືກຖາມ
Famvatar ແມ່ນຫຍັງ?
Famvatar ແມ່ນແພດຟອມ Avatar ຂອງ ພຣູເດັນໂຊລ໌ ທີ່ສ້າງຂຶ້ນມາເພື່ອສະໜັບສະໜູນຄວາມຫຼາກຫຼາຍຂອງຄອບຄົວໃນທົ່ວອາຊີ. ດ້ວຍ Famvatar, ທ່ານສາມາດສ້າງ Avatar ແບບກຸ່ມທີ່ເຕັມໄປດ້ວຍຄວາມມ່ວນຊື່ນທີ່ສະແດງໂດຍທ່ານ ແລະ ຄົນທີ່ທ່ານຮັກ.
ຂ້ອຍສາມາດສ້າງ Famvatar ສໍາລັບຄອບຄົວຂອງຂ້ອຍໄດ້ແນວໃດ?
ທ່ານສາມາດສ້າງ Famvatar ຂອງທ່ານໂດຍການຄລິກລິ້ງນີ້. ຄຳແນະນຳແຕ່ລະຂັ້ນຕອນຈະໃຫ້ໃນລະຫວ່າງການຂະບວນການ, ສິ່ງທີ່ສໍາຄັນທີ່ສຸດແມ່ນໃຫ້ຮູ້ສຶກມ່ວນໄປກັບການສ້າງ!
ຂ້ອຍສາມາດດາວໂຫຼດ Famvatar ຂອງຂ້ອຍໃສ່ສະຕິກເກີແຊ໋ດໄດ້ແນວໃດ?
ໃຊ້ສະຕິກເກີໃນ WhatsApp
- ໃຫ້ແນ່ໃຈວ່າທ່ານມີເວີຊັ້ນຫຼ້າສຸດຂອງ WhatsApp ສໍາລັບເວັບ ຫຼື Desktop
ຄລິກທີ່ນີ້ສໍາລັບການດາວໂຫຼດສຳລັບ Mac ແລະ desktop. - ເປີດ WhatsApp ແລະ ໄປທີ່ບົດສົນທະນາໃດກໍ່ໄດ້
- ຄລິກທີ່ໄອຄອນທີ່ຕິດຄັດໃນບົດສົນທະນາ ແລະ ຊອກຫາສະຕິກເກີ
ອັບໂຫຼດໄຟລ໌ສະຕິກເກີຂອງທ່ານ. - ເມື່ອເຮັດແລ້ວ, ພຽງແຕ່ຄລິກສົ່ງ.
ຕອນນີ້ສະຕິກເກີຂອງທ່ານພ້ອມໃຊ້ໃນ WhatsApp ແລ້ວ.
ສ້າງສະຕິກເກີໃນ LINE
- ດາວໂຫຼດແອັບ LINE Sticker Maker
ເຂົ້າສູ່ລະບົບ LINE Sticker Maker ດ້ວຍບັນຊີ LINE ຂອງທ່ານ. - ເປີດໃຊ້ແອັບ ແລະ ອັບໂຫຼດສະຕິກເກີທັງໝົດ 8 ອັນ.
ບໍ່ຈໍາເປັນຕ້ອງແກ້ໄຂຮູບພາບ. - ເມື່ອເຮັດແລ້ວ, ກວດເບິ່ງສະຕິກເກີໃນຫນ້າຈໍສະແດງຕົວຢ່າງຂອງທ່ານ ແລະ ຂໍການກວດສອບ.
ຄລິກ 'ຂາຍ' ຢູ່ເບື້ອງຂວາຂ້າງເທິງຂອງຫນ້າຈໍ. ຖ້ານີ້ແມ່ນຄັ້ງທຳອິດຂອງທ່ານທີ່ສົ່ງຊຸດສະຕິກເກີມາກວດສອບ, ທ່ານຈະຕ້ອງໃສ່ຂໍ້ມູນຂອງທ່ານ ແລະ ຢືນຢັນທາງອີເມວ. ສໍາລັບສະຕິກເກີທີ່ຖືກປະຕິເສດ, ກະລຸນາໃຊ້ LINE Creators Market ເພື່ອສົ່ງຄືນໃໝ່. - ເຈົ້າພ້ອມແລ້ວ!
ເມື່ອສະຕິກເກີຂອງທ່ານໄດ້ຮັບການອະນຸມັດແລ້ວ, ທ່ານຈະໄດ້ຮັບການແຈ້ງເຕືອນຜ່ານທາງຂໍ້ຄວາມຈາກບັນຊີຂອງ LINE Creators Market. ຈາກນັ້ນທ່ານສາມາດດາວໂຫລດສະຕິກເກີຟຣີຂອງທ່ານເພື່ອໃຊ້ສ່ວນຕົວຂອງທ່ານເອງ. - ຍັງບໍ່ເຂົ້າໃຈຂັ້ນຕອນ?
ອ່ານຄູ່ມືເລີ່ມຕົ້ນທີ່ມີຢູ່ໃນແອັບ Line Sticker Maker.
ຂ້ອຍສາມາດແບ່ງປັນ Famvatar ຂອງຂ້ອຍໃນໂຊຊຽວມີເດີຍໄດ້ແນວໃດ?
ມີຫຼາຍວິທີທີ່ທ່ານສາມາດແບ່ງປັນ Famvatar ຂອງທ່ານໄດ້. ທ່ານສາມາດຄລິກໃສ່ໄອຄອນຂອງໂຊຊຽວມີເດີຍທີ່ທ່ານຕ້ອງການຫຼັງຈາກສ້າງ Famvatar ຂອງທ່ານແລ້ວ ຫຼື ໃຊ້ Famvatar ຂອງທ່ານຢ່າງສ້າງສັນໂດຍການສ້າງຄອນເທັ້ນ ແລະ ແບ່ງປັນກັບທຸກໆຄົນ. ຢ່າລືມໃຊ້ #MadeForEveryFamily ແລະ/ຫຼື #PruFamvatarLA hashtags ເພາະວ່າພວກເຮົາຢາກເຫັນ ແລະ ສະຫຼອງໄປກັບທຸກໆທ່ານ!
ຂ້ອຍສາມາດຮຽນຮູ້ເພີ່ມຕື່ມກ່ຽວກັບຜະລິດຕະພັນສໍາລັບຄອບຄົວໄດ້ຢູ່ໃສ?
ທ່ານສາມາດຊອກຫາຂໍ້ມູນເພີ່ມຕື່ມກ່ຽວກັບຜະລິດຕະພັນສຸຂະພາບ ແລະ ການປົກປ້ອງ #MadeForEveryFamily ໂດຍການຄລິກທີ່ນີ້. ອີກທາງເລືອກໜຶ່ງ, ທ່ານສາມາດຕິດຕໍ່ພວກເຮົາຜ່ານແບບຟອມການຕິດຕໍ່ຂອງພວກເຮົາ, ແລ້ວ ພວກເຮົາຈະຕິດຕໍ່ຫາທ່ານທັນທີທີ່ພວກເຮົາສາມາດເຮັດໄດ້!
ຂ້ອຍສາມາດສ້າງ Famvatar ໄດ້ຫຼາຍເທົ່າໃດ?
ຄອບຄົວສາມາດມີໄດ້ຫຼາຍຮູບແບບ, ດັ່ງນັ້ນທ່ານສາມາດສ້າງ Famvatar ຫຼາກຫຼາຍຕາມທີ່ທ່ານຕ້ອງການ!
ຂ້ອຍສາມາດອັບເດດ famvatar ຫຼື ແກ້ໄຂ famvatar ຂອງຂ້ອຍໄດ້ແນວໃດ?
ທ່ານສາມາດແກ້ໄຂໄດ້ແຕ່ໃນຂະນະທີ່ທ່ານກໍາລັງສ້າງ Famvatar ຂອງທ່ານ. ໃນປັດຈຸບັນ, ທ່ານຈະບໍ່ສາມາດແກ້ໄຂ ຫຼື ອັບເດດ Famvatar ຂອງທ່ານໄດ້ຫຼັງຈາກສ້າງແລ້ວ. ແຕ່ທ່ານກໍ່ຍັງສາມາດລອງສ້າງ Avatar ໃໝ່ທີ່ເປັນຕົວແທນໃຫ້ຄອບຄົວຂອງທ່ານໄດ້ອີກ!
ຂ້ອຍສາມາດດາວໂຫຼດ ຫຼື ຊອກຫາຊຸດສະຕິກເກີໄດ້ຢູ່ໃສ?
ຊຸດສະຕິກເກີ Famvatar ຂອງທ່ານແມ່ນສາມາດດາວໂຫຼດໃນຕອນທ້າຍຂອງຂັ້ນຕອນການສ້າງ Famvatar. ປະຈຸບັນມີ 2 ແບບ — ແບບຟຣີ ແລະ ແບບໂບນັດ ທີ່ທ່ານສາມາດແລກໄດ້ ພຽງແຕ່ໂດຍການເພີ່ມເບີໂທລະສັບ ແລະ ອີເມລ໌ຂອງທ່ານ.
ເມື່ອດາວໂຫຼດແລ້ວ, ໃຫ້ເຮັດຕາມຂັ້ນຕອນເພື່ອໃຊ້ສະຕິກເກີ Famvatarໃນຊອງທາງທີ່ທ່ານຕ້ອງການ.