Select your language
close
ພຣູເດັນໂຊລ໌ X ຊຸບເປີ້ເອັມ

ປະຫວັດຂອງຊຸບເປີ້ເອັມ

ກ້າວເຂົ້າມາໃກ້ຊິດອີກລະດັບກັບດາລາທີ່ເຈົ້າທີ່ນິຍົມ

ການລວມກຸ່ມຂອງສີລະປິນດາວເດັ່ນເຄປ໊ອບ

ຊຸບເປີ້​ເອັມແມ່ນ​​​ໄດ້​ມີ​ການໂຕເປີດ​ໂຕ​ໃນ​ປີ 2019.  ເປັນ​ການ​ລວມ​ກຸ່ມຂອງ​ນັກ​ຮ້ອງ​ທັງ​ເຈັດ​ຄົນ ລວມ​ມີ ແທ​ມິນ ​ວົງ​ຊາຍ​ນີ, ແບັກ​ຍອນ​ ແລະ ໄຄ ວົງ​ເອັກ​ໂຊ, ແທຢອງ ແລະ ມາກ ວົງເອັນ​ຊີ​ທີ 127, ​ລູ​ຄາ​ສ ​ແລະ ​ເທັນ ວົງເວ​ວີ.

ອັກ​ສອນ​ໂຕ ເອັມ ໃນ​ຊຸບ​ເປີ​ເອັມແມ່ນ​ຫມາຍ​ເຖິງ “Matrix and Master” ເຊິ່ງ​ຫມາຍ​ຄວາມ​ວ່າແຕ່ລະ​ຄົນ​ໃນ​ວົງ​​ແມ່ນ​ສະ​ມາ​ຊິກ​ນັກ​ຮ້ອງ​ດາວ​ເດັ່ນ​ຈາກວົງ​ເຄ​ປ໊ອບອື່ນໆ​ທີ່​ຕົວ​ເອງ​ສັງ​ກັດ​ຢູ່ 

arrow
ຕິດອັນດັບຫນຶ່ງໃນທ໋ອບ 200
ວົງຊຸບເປີ້ເອັມປ່ອຍມິນິອາລະບ້ຳທຳອິດໃນປີ 2019 ທັງໃນອາເມລິກາ ແລະ ປະເທດເກົາຫລີ ເຊິ່ງຕິດອັນດັບທ໋ອບ 200 ແລະ ມີຍອດຂາຍທັງຫມົດ 164,000 ເຊັດໃນຕອນທີ່ອາລະບ້ຳອອກຈຳຫນ່າຍ
arrow
ອຸທິດຕົວເອງເພື່ອສຸຂະພາບຈິດທີ່ດີ
ຊຸບເປີ້ເອັມໄດ້ຈັດການສະແດງໃຫ້ກັບອົງການອະນາໄມໂລກທີ່ມີຊື່ວ່າ ໂຄງການໃຫຍ່ເພື່ອສຸຂະພາບຈິດທີ່ດີ

ມາ​ຮູ້​ຈັກ​ກັບ ຈອບ​ປິ້ງ​ຄິງ

ແບັກຍອນ

ຫົວຫນ້າວົງ, ນັກຮ້ອງນຳ

ໃນຖານະເປັນຫົວຫນ້າວົງຂອງ SuperM ທີ່ຮູ້ຈັກກັນໃນນາມ 'Genius Idol', ແບັກຍອນເຄີຍເປັນຫນຶ່ງໃນສະມາຊິກຂອງວົງ EXO ແລະເປັນສິນລະປິນດ່ຽວຄົນທຳອິດທີ່ເຮັດຍອດຂາຍໄດ້ຫຼາຍກວ່າ 1 ລ້ານອາ​ລະ​ບ້ຳ.

ນອກຈາກແບັກຍອນຈະມີພອນສະຫວັນດ້ານດົນຕີແລ້ວ, ລາວຍັງເປັນນັກສະແດງທີ່ໂດດເດັ່ນນຳ. ແບັກຍອນໄດ້ຮັບລາງວັນ ສຸດຍອດດາວດວງໃຫມ່ໃນປີ 2016 ສຳລັບການສະແດງທີ່ໂດດເດັ່ນຂອງລາວໃນລະຄອນ“ Moon Lovers: Scarlet Heart Ryo”.

ປີ 2018, ແບັກຍອນໄດ້ເຮັດທຸລະກິດແຟຊັ່ນຂອງລາວເອງທີ່ມີຊື່ວ່າ,“ Prive by BBH” ແລະປະຈຸບັນໄດ້ເປັນຜູ້ອຳນວຍການໃຫຍ່ຂອງຍີ່ຫໍ້ນີ້.

ໄຄ

ຫົວຫນ້າເຕັ້ນ, ນັກຮ້ອງນຳ

ຄິມຈົງອິນ, ຫຼືເປັນທີ່ຮູ້ຈັກໃນນາມ ”ໄຄ”, ເປັນສະມາຊິກຄົນທຳອິດຂອງວົງ EXO ທີ່ເປັນທີ່ຮູ້ຈັກສູ່ມວນຊົນ. ລາວຖືວ່າເປັນນັກເຕັ້ນທີ່ເກັ່ງທີ່ສຸດໃນວົງການ K-pop. ໄຄເລີ່ມເຕັ້ນຕັ້ງແຕ່ລາວອາຍຸ 8 ປີ ເຊິ່ງລາວມີຄວາມສົນໃຈໃນການເຕັ້ນແຈັສ. ລາວເລີຍໄດ້ກາຍເປັນຜູ້ຊ່ຽວຊານດ້ານການເຕັ້ນຫຼາກຫຼາຍແບບ - ແຈັສ, ບາເລ້, ຮິບຮ໋ອບ, ປັອບປິ້ງ ແລະລ໋ອກກິ້ງ.

ເມື່ອ ໄຄ ໄດ້ເປີດຕັວຄັ້ງທຳອິດກັບວາລະສານ ‘The Big Issue’, ເຊິ່ງໄດ້ທຳລາຍສະຖິຕິເມື່ອວາລະສານດັ່ງກ່າວຂາຍໄດ້ເຖິງ 80,000ເຫຼັ້ມໃນເວລາພຽງ 2 ມື້.

ລູຄັສ

ແຣັບເປີ້ນຳ

Wong Yuk-hei, ທີ່ຮູ້ກັນໃນນາມ ລູຄັສ, ແມ່ນນັກຮ້ອງສັນຊາດຈີນ - ໄທ, ແຣັບເປີ້ແລະນາຍແບບ. ລູຄັສສາມາດເວົ້າໄດ້ຫລາຍພາສາກໍຄືພາສາເກົາຫຼີ, ພາສາຈີນກາງ, ພາສາຈີນກວາງຕຸ້ງແລະພາສາອັງກິດ.

ລູຄັສໄດ້ຜ່ານການຄັດເລືອກຢູ່ຮົງກົງແລະຖືກເລືອກໂດຍ SM Entertainment ໃນປີ 2015. ຫຼັງຈາກນັ້ນລາວໄດ້ເປີດຕົວຄັ້ງ ທຳອິດກັບວົງ NCT U ໃນປີ 2018. ລູຄັສຍັງເປັນນັກສະແດງເຕັມຕັວຂອງ Keep Running, ໃນເມື່ອກ່ອນທີ່ເອີ້ນວ່າ Running Man China.

ມາກ

ແຣັບເປີ້ນຳ, ນັກເຕັ້ນນຳ, ນັກຮ້ອງສຳຮອງ

ມາກລີ ຫຼືວ່າມາກ, ແມ່ນນັກຮ້ອງ, ແຣັບເປີ້ແລະນັກແຕ່ງເພງທີ່ມາຈາກການາດາ. ມາກເປັນສະມາຊິກທີ່ອາຍຸຫນ້ອຍທີ່ສຸດຂອງວົງ SuperM.

ມາກໄດ້ຖືກເລືອກໂດຍ SM Entertainment ໃນປີ 2012. ໃນປີ 2016, ລາວໄດ້ຖືກຄັດເລືອກໃຫ້ເປັນສະມາຊິກໃນວົງ NCT ແລະແລະໄດ້ເປີດຕັວເພງທີ່ມີຊື່ວ່າ "The Sense 7" ພ້ອມວົງ. ຕໍ່ມາລາວໄດ້ເຂົ້າຮ່ວມວົງຍ່ອຍຂອງ NCT, ນັ້ນກໍຄືວົງ NCT 127 ແລະ NCT Dream. ມາກເປັນນັກແຕ່ງເພງທີ່ມີພອນສະຫວັນແລະໄດ້ແຕ່ງເພງໃຫ້ກັບທຸກໆວົງທີ່ລາວຢູ່, ລວມເຖິງວົງ SuperM ນຳ.

ແທມິນ

ນັກເຕັ້ນຫຼັກ, ນັກຮ້ອງນຳ

ຜົນງານຂອງ ແທມິນລີ ເຮັດໃຫ້ທຸກຄົນເອີ້ນລາວວ່າ ຕົ້ນແບບຂອງ Idol. ເຖິງລາວສິເປັນອາດີດສະມາຊິກຂອງວົງ Shinee, ແຕ່ຄວາມໂດດເດັ່ນຂອງລາວບໍ່ໄດ້ຫຼຸດຫນ້ອຍຖອຍລົງເລີຍ ດ້ວຍການເປັນນັກຮ້ອງດ່ຽວໃນປີ 2014.

ແທມິນເປັນສິນລະປິນທີ່ມີຄວາມສາມາດຫຼາກຫຼາຍດ້ານ ພ້ອມທັງມີຜົນງານທີ່ໂດດເດັ່ນນອກເຫນືອ​ຈາກອາຊີບນັກຮ້ອງຂອງລາວ. ຜົນງານຂອງລາວແມ່ນມີທັງການສະແດງລະຄອນເວທີ “Goong,” ໃນສາລະຄະດີເລື່ອງ “I Am” ເພື່ອພາກສຽງສຳລັບຮູບເງົາ​ເອນິເມ​ເຊີ້ນຂອງເກົາຫຼີຊື່ວ່າ The Outback. ໃນປີ 2017, ແທມິນໄດ້ເຈາະຕະຫຼາດຍີ່ປຸ່ນດ້ວຍການອອກເພງໃໝ່ທີ່ມີຊື່ວ່າ "Flame of Love".

ແທຍອງ

ແຣັບເປີ້ຫຼັກ, ນັກເຕັ້ນນຳ, ນັກຮ້ອງຮອງ

ແທຍອງລີ, ຫຼືທີ່ຮູ້ຈັກໃນນາມ ແທຍອງ, ແມ່ນຫົວຫນ້າຂອງວົງ NCT ທີ່ມີ ມາກ, ລູຄັສ ແລະ ເທັນ. 

ຜົນງານທີ່ໂດດເດັ່ນຂອງແທຍອງ ໄດ້ເຮັດໃຫ້ລາວໄດ້ຮັບໜ້າທີ່ເປັນແຣັບເປີ້ນຳ ແລະນັກເຕັ້ນຫລັກເຖິງວ່າລາວບໍ່ມີປະສົບການໃນການເຕັ້ນມາກ່ອນ. ໃນປີ 2019, ແທຍອງໄດ້ປ່ອຍຜົນງານສິລະປິນດ່ຽວກັບຜົນງານເພງ “Long Track”. ຄືກັນກັບ ມາກ, ແທຍອງຍັງເປັນນັກແຕ່ງເພງທີ່ປະສົບຜົນສຳເລັດ, ແລະໄດ້ແຕ່ງເພງຫຼາຍກວ່າ 30 ເພງໃນ 4 ພາສາ.

ເທັນ

ນັກເຕັ້ນນຳ, ນັກຮ້ອງນຳ, ແຣັບເປີ້ຮອງ

ຊິດຕະພົນ ລີໄຊຍະພອນກຸນ, ຫຼືເປັນທີ່ຮູ້ຈັກໃນນາມ ”ເທັນ”, ເປັນຄົນສັນຊາດໄທທີ່ເປັນດາວເດັ່ນໃນປະເທດເກົາຫຼີໃຕ້ ແລະ ປະເທດຈີນ.

ໃນປີ 2010, ເທັນໄດ້ຊະນະການແຂ່ງຂັນໃນລາຍການ Teen Superstar ຂອງໄທ. ຕໍ່ມາໃນປີ 2013, ເທັນໄດ້ຂຶ້ນມາເປັນອັນດັບໜຶ່ງ ໃນການຄັດເລືອກ SM Thailand Global ແລະເລີ່ມການຝຶກຊ້ອມກັບ SM Entertainment ຜ່ານ SM Rookies.

ຕໍ່ມາໃນປີ 2016, ເທັນຍັງໄດ້ເປັນສ່ວນໜຶ່ງຂອງວົງ NCT U ທີ່ມີເພງ "The Sense 7" ແລະເປີດຕົວເປັນ WayV ຂອງ NCT ໃນປີ 2019, ເຊິ່ງເປັນໜ່ວຍງານທີ່ປະເທດຈີນ, ເຊິ່ງປະກອບດ້ວຍສະມາຊິກຈາກຈີນ, ຮົງກົງ ແລະ ໄທ.