Select your language
close

ການຂໍ ເງິນທົດແທນປະກັນໄພຊີວິດ

ພວກເຮົາຈະໃຫ້ຄວາມຊ່ວຍເຫຼືອທ່ານໃຫ້ດີທີ່ສຸດ. ໃຫ້ເຮົາເເນະນຳວິທີ ທີ່ງ່າຍ ແລະ ສະດວກໃນການຂໍເອົາເງິນທົດແທນປະກັນໄພຊີວິດ
ອ່ານເພີ່ມ
Girl shakes hands with insurance agent

ຂັ້ນຕອນ ການຮ້ອງຂໍເງິນທົດແທນປະກັນໄພ

ຂັ້ນຕອນການຂໍເງິນທົດແທນປະກັນໄພຊີວິດ
ສອບຖາມກ່ຽວກັບການຂໍເງິນທົດແທນປະກັນໄພຊີວິດ
ສອບຖາມກ່ຽວກັບການຮ້ອງຂໍເງິນທົດແທນປະກັນໄພຊີວິດດ້ວຍການຕິດຕໍ່ຫາສຸນບໍລິການຂອງພວກເຮົາ ຫຼື ຕິດຕໍ່ຫາຜູ້ຊ່ຽວຊານດ້ານການເງິນຂອງທ່ານ.
ຕື່ມແບບຟອມເພື່ອຂໍເງິນທົດແທນປະກັນໄພຊີວິດ
ຕື່ມແບບຟອມ ແລະ ເອກະສານຕ່າງໆເພື່ອຂໍເງິນທົດແທນປະກັນໄພຊີວິດ
ສົ່ງຂໍເງິນທົດແທນປະກັນໄພຊີວິດ
ສົ່ງແບບຟອມທີ່ທ່ານໄດ້ປະກອບແລ້ວເພື່ອຂໍເງິນທົດແທນປະກັນໄພຊີວິດ

ຂັ້ນຕອນຂອງການຂໍເງິນທົດແທນປະກັນໄພ

ຄຳຖາມ ທີ່ຖືກຖາມປະຈຳ

ຂ້າພະເຈົ້າຕ້ອງຕິດຕໍ່ໃຜເພື່ອຂໍເງິນທົດແທນປະກັນໄພຊີວິດ?

ຂັ້ນຕອນມີດັ່ງນີ້:

  • ຕິດຕໍ່ພະນັກງານຂາຍຂອງພວກເຮົາ ທີ່ໂຕະບໍລິການຂອງພວກເຮົາທີ່ໃກ້ບ້ານທ່ານທີ່ສຸດ

  • ຕິດຕໍ່ຫາສູນບໍລິການລູກຄ້າຂອງ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ທີ່ +856 21 211123.

ມີເອກະສານຫຍັງແດ່ເພື່ອການປະກອບຂໍເອົາເງິນທົດແທນປະກັນໄພຊີວິດ?

ເອກະສານມີດັ່ງນີ້:

  • ແບບຟອມຂໍເອົາເງິນທົດແທນປະກັນໄພຊີວິດ

  • ໃບຢັ້ງຢືນການເສຍຊີວິດ (ຕົ້ນສະບັບ/ສຳເນົາການຢັ້ງຢືນ)

  • ໃບຢັ້ງຢືນການປະກັນຊີວິດ (ຕົ້ນສະບັບ)

  • ບົດລາຍງານການແພດ, ຜົນກວດຕ່າງໆ, ໃບສັ່ງຢາ ແລະ ຟີມຮູບຕ່າງໆທີ່ໃຊ້ໃນການບົ່ງມະຕິ (ຕົ້ນສະບັບ)

  • ສຳເນົາບັດປະຈຳໂຕຂອງເຈົ້າຂອງສັນຍາ, ຜູ້ໄດ້ຮັບການປະກັນໄພຊີວິດ, ແລະ ຜູ້ໄດ້ຮັບຜົນປະໂຫຍດ

ເອກະສານອື່ນໆ ທີ່ອາດຈຳເປັນອີງຕາມປະເພດຂອງການຮຽກຮ້ອງຂໍເອົາເງິນທົດແທນປະກັນໄພຊີວິດ

ຂ້າພະເຈົ້າສາມາດສົ່ງຂໍເອົາເງິນທົດແທນປະກັນໄພຊີວິດໄດ້ແນວໃດ?

ທ່ານສາມາດ

  • ສົ່ງແບບຟອມທີ່ທ່ານປະກອບຄົບແລ້ວໃຫ້ພະນັກງານຂາຍຂອງພວກເຮົາທີ່ໂຕະບໍລິການລູກຄ້າຂງພຣູເດັນໂຊລ໌ສາຂາໃກ້ບ້ານທ່ານ

  • ສົ່ງແບບຟອມທີ່ທ່ານປະກອບຄົບແລ້ວທີ່ຫ້ອງການ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ທີ່ ຕຶກວຽງຈັນເຊັນເຕີ້ ຊັ້ນ 5 ບ້ານໜອງຈັນ, ເມືອງສີສັດຈະນາກ,​ນະຄອນຫຼວງວຽງຈັນ.

ການຂໍເອົາເງິນປະກັນໄພຊີວິດຈະໃຊ້ເວລາດົນປານໃດ?

ຂະບວນການຂອງການຂໍເອົາເງິນທົດແທນປະກັນໄພຊີວິດແມ່ນອີງຕາມສະຖານະການດັ່ງນີ້:

  • 10ວັນ ໃນກໍລະນີທີ່ເອກະສານທີ່ຍຶ່ນຮ້ອງຂໍເອົາເງິນທົດແທນນັ້ນຄົບຖ້ວນ.

  • 20ວັນ ໃນກໍລະນີທີ່ມີການຂໍເອກະສານອ້າງອີງ ແລະ ມີການກວດສອບເພີ່ມຕື່ມໃນການຮ້ອງຂໍປະກັນໄພຊີວິດ.

ຂ້າພະເຈົ້າຈະຮັບເອົາເງິນທົດແທນປະກັນໄພຊີວິດໄດ້ແນວໃດ?

ເງິນທົດແທນປະກັນໄພຊີວິດຈະຖືກຈ່າຍໂດຍການໂອນເຂົ້າບັນຊີທະນາຄານຂອງຜູ້ຮຽກຮ້ອງເທົົ່ານັ້ນ.