Select your language
close

ກ່ຽວກັບ ພຣູເດັນໂຊລ໌ ລາວ

ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍຕົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.
Female employees talking while walking up stairs

ໜ້າ ເທພີພິທັກ

 

ສັນຍາລັກຂອງເທພີພຣູເດັນສ ໄດ້​ຖືກ​ນຳໃຊ້ເປັນສັນຍາລັກຂອງກຸ່ມບໍລິສັດ ພຣູເດັນໂຊລ໌ ຕັ້ງແຕ່ໃດມາ.

ພຣູເດັນສ໌ໝາຍເຖິງຄວາມຮອບຄອບ ເຊິ່ງເປັນໜຶ່ງໃນຄຸນນະທຳຫຼັກ 4 ປະການ ທີ່ປະກອບມີ: ຄວາມຮອບຄອບ, ຄວາມຍຸດຕິທຳ,​ ຄວາມກ້າຫານ, ແລະ ຄວາມສາມາດໃນການຄວບຄຸມຄວາມຕ້ອງການຂອງຕົວເອງ.

ຄວາມເປັນມາຂອງພວກເຮົາ

ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ປະກັນຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນໃນ 24 ຕະຫຼາດທົ່ວອາຊີ ແລະ ອາຟຣິກາ. ພາລະກິດຂອງ ພາລະກິດຂອງ ບໍລິສັດ ພຣູເດັນໂຊລ໌ ແມ່ນເພື່ອເປັນຄູ່ຮ່ວມງານ ແລະ ເປັນຜູ້ໃຫ້ການຄຸ້ມຄອງ ທີ່ໜ້າເຊື່ອຖືທີ່ສຸດ ສໍາລັບຄົນຄົນລຸ້ນຕໍ່ໆໄປ ໂດຍການສະຫນອງການແກ້ໄຂທາງດ້ານການເງິນ ແລະ ສຸຂະພາບທີ່ງ່າຍດາຍ ແລະ ສາມາດເຂົ້າເຖິງໄດ້. ທຸລະກິດດັ່ງກ່າວ ມີລາຍຊື່ຢູ່ໃນຕະຫຼາດຫຼັກຊັບຂອງຮົງກົງ (2378) ແລະ ຕະຫຼາດຫຼັກຊັບລອນດອນ (PRU). ນອກຈາກນີ້ ຍັງມີລາຍຊື່ຮອງຢູ່ໃນຕະຫຼາດຫຼັກຊັບສິງກະໂປ (K6S) ແລະ ໃບຮັບເງິນເງິນຝາກອາເມລິກາຢູ່ໃນຕະຫຼາດຫຼັກຊັບນິວຢອກ (PUK). ເປັນສ່ວນໜຶ່ງຂອງ Hang Seng Composite Index ແລະ ຍັງຖືກລວມເຂົ້າກັບການຊື້ຂາຍໃນໂຄງການ Shenzhen-Hong Kong Stock Connect ແລະ ໂຄງການ Shanghai-Hong Kong Stock Connect.

 

ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່​ມີ​ການ​ດຳ​ເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ.

 

https://www.prudentialplc.com/

Newspaper with magnifying glass

ຂ່າວສານ

ອ່ານຂ່າວສານລ່າສຸດ
ເບິ່ງເພີ່ມ