Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ ຈັບມືກັບເຄປ໊ອບ SuperM ເປີດຕົວໂຄງການ “We DO Well Together”

ໂຄງການໃໝ່ລ່າສຸດທີ່ເນັ້ນຄວາມສຳຄັນດ້ານສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ

ນະຄອນຫຼວງວຽງຈັນ, ສ ປປ ລາວ, ວັນທີ 4 ມັງກອນ 2021 - ພຣູເດັນໂຊລ໌ ຄໍເປີເລຊັນ ເອເຊຍ (ພຣູເດັນໂຊລ໌) ຈັບມືກັບວົງເຄປ໊ອບເກົາຫຼີຊື່ດັງ SuperM ເປີດໂຕແຄັມເປນໃໝ່ – We DO Well Together – ເພື່ອສົ່ງເສີມໃຫ້ຜູ້ຄົນທົ່ວເອເຊຍມີສຸຂະພາບແຂງແຮງ ມີຄວາມເປັນຢູ່ທີ່ດີ ພ້ອມທັງມ່ວນຊື່ນໄປກັບການໃຊ້ຊີວິດ.

 

ພຣູເດັນໂຊລ໌ ນັບເປັນບໍລິສັດປະກັນໄພຊີວິດ ລາຍທຳອິດໃນພູມິພາກເອເຊຍ ທີ່ປະກາດເປັນຄູ່ຮ່ວມພັນທະມິດກັບເຄປ໊ອບຊື່ດັງແຫ່ງຍຸກ ຢ່າງວົງ SuperM ທີ່ໄດ້ເປີດໂຕໃນປີ 2019 ຈາກການຮ່ວມມືຂອງ 2 ຄ່າຍຍັກໃຫຍ່ຢ່າງ ເອສເອັມ ເອັນເຕີເທນເມັນ (SM Entertainment) ແລະ ແຄປີຕອລ ມິວສິກ ກລຸ໊ບ (Capitol Music Group) ເຊິ່ງເປັນການລວມຕົວກັນຂອງສະມາຊິກ 7 ຄົນ ຈາກວົງເຄປ໊ອບຂອງເກົາຫຼີທີ່ມີແຟນຄລັບຫຼາຍລ້ານຄົນທົ່ວໂລກ SuperM ມີແນວດົນຕີ ແລະ ການສະແດງທີ່ປະສົມປະສານລະຫວ່າງຄວາມຄິດສ້າງສັນ ແລະ ພະລັງບວກທີ່ດີເລີດໄປດ້ວຍຈິດວິນຍານຂອງຄົນລຸ້ນໃໝ່ ທີ່ສາມາດເຂົ້າມາເຕີມເຕັມແຄັມເປັນ “We DO” “ພວກເຮົາຄືຄົນທີ່ລົງມືເຮັດ” ຂອງພຣູເດັນໂຊລ໌ໄດ້ຢ່າງລົງຕົວ.

 

ທ່ານ ນິກ ນິແຄນດຣູ ​ຜູ້​ອຳ​ນວຍ​ການ  ພຣູເດັນໂຊລ໌ ຄໍເປີເລຊັນ ເອເຊຍ ​ກ່າວ​ວ່າ ພຣູເດັນໂຊລ໌ ແລະ  SuperM ມີ​ເປົ້າ​ໝາຍ​ຮ່ວມ​ກັນ​ໃນ​ການ​ສົ່ງ​ເສີມ​ໃຫ້​ຜູ້​ຄົນ​ຄຳ​ນຶງ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ມີ​ສຸຂະ​ພາບ ແລະ ຄວາມ​ເປັນ​ຢູ່​ທີ່​ດີ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃນຊ່​ວ​ງ​ເວ​ລານ​ີ້​ເຮົາ​ຢາກ​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ຜູ້​ຄົນ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ການ​ມີ​ສຸ​ຂະ​ພາບ​ທີ່​ດີ​ຜ່ານ​ແນວ​ຄວາມ​ຄິດ​ທາງບວກ ມ​ີ​ຄວາມ​ກະ​ຕື​ລື​ລົ້ນ ແລະ ຄວາມ​ມ່ວນ​ຊືນ​ໄປ​ໃນ​ເວ​ລາ​ດຽວ​ກັນ ”

ໃນ​ຖາ​ນະ​ທີ່​ເປັນ​ບໍ​ລິ​ສັດ​ປະ​ກັນ​ຊີ​ວິດ​ທີ່​ມຸ້ງ​ເນັ້ນ​ການ​ຊ່ວຍ​ໃຫ້​ຜູ້​ຄົນ​ໄປ​ເຖິງ​ຈູດ​ມຸ້ງ​ໝາຍ​ສູງ​ສຸດ​ໃນ​ຊີ​ວິດ ພຣູເດັນໂຊລ໌ໄດ້​ໃຫ້​ຄຳ​ປຶກ​ສາ ແລະ ຄວາມ​ຊ່ວຍ​ເຫຼືອ​ແກ່​ລູກ​ຄ້າຫຼາຍ​ລ້ານ​ຄົນ​ໃນ​ເຂ​ດ​ອາ​ຊີໃນ​ດ້ານ​ການ​ດູ​ແລ​ສຸ​ຂະ​ພາບ ດ້ານ​ການ​ເພີ່ມ​ພູນ​ຄວາມ​ໝັ້ນ​ຄົງ ເພື່ອ​ໃຫ້​ພວກ​ເຂົາ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ໃນ​ຊີ​ວິດ​ຕາມ​ທີ່​ວາງ​ແຜນ​ໄວ້

“ພຣູເດັນໂຊລ໌ ກ້າວ​ຂ້າມ​ຂອບ​ເຂດ​ການ​ປົກ​ປ້ອງ ແລະ ຄຸ້ມ​ຄອງ​ຊີ​ວິດ ໂດຍ​ການມອບ​ບໍ​ລິ​ການ​ດ້ານ​ສຸ​ຂະ​ພາບ​ແບບ​ອົງ​ລວມ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ປ້ອງ​ກັນ ແລະ ຫຼຸດ​ຜ່ອນ​ການ​ເກີດ​ໄພ​ໄຂ້​ເຈັບ​ຕ່າງໆ ເຮົາ​ດຳ​ເນີນ​ງານ​ຜ່ານ​ແອບ​ພີ​ເຄ​ຊັ້ນ​ດ້ານ​ສຸ​ຂະ​ພາບ​ຊ​ື່​ວ່າ Pulse by Prudential ລວມ​ເຖິງ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ຄວບ​ຄຸມ​ຄວາມ​ຕ້ອງ​ການ​ອັນຫຼາກຫຼາຍ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ມີ​ສຸ​ຂະ​ພາບ​ທີ່​ດີ ແລະ ມີ​ຊີ​ວິດ​ຍືນ​ຍາວ​ຂຶ້ນ ໂດຍ​ໂຄງ​ການ​ລ້າ​ສຸດ​ນີ້​ໄດ້​ມຸ້ງ​ເນັ້ນ​ດ້ານ​ສຸ​ຂະ​ພາບ ແລະ ຄວາມ​ເປັນ​ຢູ່​ທີ່​ດີ​ເປັນຫຼັກ ຖື​ເປັນ​ການ​ເນັ້ນ​ໜັກ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ຢ່າງ​ຕໍ່​ເນືຶ່ອງ​ຂອງ “ພຣູເດັນໂຊລ໌ ທີ່​ຍຶດ​ຖື​ລູກ​ຄ້າ​ເປັນ​ຫົວ​ໃຈຫຼັກ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ “ທ່ານ ນິກ ນິແຄນດຣູ ໄດ້​ກ່າວ​ໄວ້

ສ່ວນວົງ SuperM ກ່າວ​ວ່າ ໃນ​ຂະ​ນະ​ທີ່​ທັງ​ໂລກ​ກຳ​ລັງ​ພົບ​ກັບ​ຊ້ວງ​ເວ​ລາ​ທີ່​ລຳ​ບາກ​ຈາກ​ແຜ່​ລະ​ບາດ​ຂອງ​ໄວ​ຣັດ​ໂຄວິດ 19 ພວກ​ເຮົາ​ໄດ້​ເລັງ​ເຫັນ​ຄວາມ​ສຳ​ຄັນ​ຂອງ​ການ​ສົ່ງ​ຕໍ່​ຄວາມ​ຫວັງ ແລະ ພະ​ລັງ​ບວກ​ໃຫ້​ແກ່​ຜູ້​ຄົນ​ໃຫ້ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ບໍ່​ພຽງ​ແຕ່​ສະ​ເພາະ​ການ​ມີ​ສຸ​ຂະ​ພາບ​ກາຍ​ທີ່​ດີ ແຕ່​ລວມ​ເປັນ​ຖຶງ​ຄວາມ​ສຸກ​ທາງ​ໃຈ​ດ້ວຍ​ພວກ​ເຮົາ ແລະ ພຣູເດັນໂຊລ໌ ມີ​ເປົ້າ​ໝາຍ​ຮ່ວມ​ກັນ​ໃນ​ການ​ເສີມ​ສ້າງ​ສຸ​ຂະ​ພາບ​ທີ່​ດີ ແລະ ການ​ເບິ່ງ​ໂລກ​ໃນ​ແງ່ບວກ​ໃຫ້​ແກ່​ຜູ້​ຄົນ​ທັງ​ໃນ​ຍາມ​ສຸກ ແລະ ທຸກຜ່ານ​ໂຄງ​ການ “We DO Well Together““

ໃນ​ປີ 2021 ນີ້ ພຣູເດັນໂຊລ໌ ແລະ ວົງ SuperM ມີ​ແຜນ​ຈັດ​ກິດ​ຈະ​ກຳ​ຕໍ່​ເນື່ອງ​ຕະຫຼອດທັງ​ປີ ເພື່ອ​ກະ​ຕຸ້ນ​ໃຫ້​ຜູ້​ຄົນ​ສ້າງວິ​ໄນ​ໃນ​ການ​ມີ​ສຸ​ຂະ​ພາບທີ່​ດີ ແລະ ມີ​ຄວາມ​ສຸກ​ກັບ​ການ​ເປັນ​ຢູ່​ທີ່​ດີ​ຍິ່ງໆ​ຂຶ້ນ​ໄປ​ທັງ​ນີ້ ໂຄງ​ການ​ດັ່ງ​ກ່າວ​ຈະ​ໄດ້​ພັດ​ປ່ຽນ​ກັນ​ໄປ​ທັງ​ໝົດ 11 ປະ​ເທດ​ໃນ​ອາ​ຊີ ລວມ​ມີ ກຳ​ປູ​ເຈຍ, ຮົງ​ກົງ, ອິນ​ໂດ​ເນ​ເຊຍ, ສ​ປ​ປ​ ລາວ, ມາ​ເລ​ເຊຍ, ມຽນ​ມ້າ, ຟີ​ລີ​ປິນ, ໄຕ້​ຫວັນ, ໄທ, ສິງ​ກະ​ໂປ ແລະ ຫວຽດ​ນ​າມ ພຣູເດັນໂຊລ໌ ຈະ​ແຈ້ງ​ລາຍ​ລະ​ອຽດ​ຂອງ​ກິດ​ຈະ​ກຳ​ຕ່າງໆ​ໃຫ້​ຮັບ​ຮູ້​ໃນ​ໄວໆ​ນີ້

ສາ​ມາ​ດ​ເຂົ້າ​ເບິ່ງວິ​ດີ​ໂອ​ຂອງວົງ SuperM ໄດ້​ທີ່​ນີ້.

 

ກ່ຽວ​ກັບ ພຣູເດັນໂຊລ໌ ຄໍເປີເລຊັນ ເອເຊຍ

https://www.prudentialcorporation-asia.com/

 

ພຣູເດັນໂຊລ໌ ຄໍເປີເລຊັນ ເອເຊຍ ຫຼື ພຣູເດັນໂຊລ໌ ເປັນ​ໜຶ່ງ​ໃນ​ທຸ​ລະ​ກິດ​ຂອງ​ກຸ່ມ ບໍ​ລິ​ສັດ Prudential plc ດຳ​ເນີນ​ທຸ​ລະ​ກິດ​ດ້ານ​ປະ​ກັນ​ຊີ​ວິດ​ໃນ​ເຂດ​ອາ​ຊີ ແລະ ອາ​ຟ​ຣິ​ກາ ລວມ​ເຖິງ​ດຳ​ເນີນ​ທຸ​ລະ​ກິດ​ການ​ບໍ​ລິ​ຫານ ແລະ ຈັດ​ການກອງ​ທຶນ​ລວມ​ພາຍ​ໃຕ້​ຊື່ Eastspring Investments. ພຣູເດັນໂຊລ໌ ຊ່ວຍ​ໃຫ້​ຜູ້​ຄົນ​ເຂົ້າ​ເຖິງ​ຈຸດ​ມຸ້ງ​ໝາຍ​ສູງ​ສຸດ​ໃນ​ຊີ​ວິດ​ຜ່ານ​ຜະ​ລິດ​ຕະ​ພັນ​ປະ​ກັນ​ຊີ​ວິດ​ປະ​ເພດ​ການ​ອອມ ຄວາມ​ຄຸ້ມ​ຄອງ ແລະ ການ​ລົງ​ທຶນ ຊຶ່ງ​ຕອບ​ສະ​ໜອງ​ຕໍ່​ຄວາມ​ຕ້ອງ​ການ​ທີ່ຫຼາກຫຼາຍ​ຂອງ​ລູກ​ຄ້າ ໂດຍ​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່ ຮົງ​ກົງ

 

 

ພຣູເດັນໂຊລ໌ ເປັນ​ຜູ້​ນຳ​ດ້ານ​ທຸ​ລະ​ກິດ​ປະ​ກັນ​ຊີ​ວິດ​ໃນ 13 ປະ​ເທດ​ທົ່ວ​ອາ​ຊີ ໄດ້​ແກ່ ກຳ​ປູ​ເຈຍ, ຈີນ, ຮົງ​ກົງ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ສ​ປ​ປ​ ລາວ, ມາ​ເລ​ເຊຍ, ມຽນ​ມ້າ, ຟີ​ລີ​ປິນ, ສິງ​ກະ​ໂປ, ໄຕ້​ຫວັນ, ໄທ, ແລະ ຫວຽດ​ນ​າມ. ແລະ ຍັງ​ດຳ​ເນີນ​ທຸ​ລະ​ກີດ​ໃນ​ອີກ 8 ປະ​ເທດ​ໃນ​ອາ​ຟ​ຣິ​ກາ ໄດ້​ແກ່ ແຄມ​ເມີ​ຣູນ, ໄອ​ວໍ​ຣິ​ໂຄດ, ກາ​ນາ, ເຄນ​ຍາ, ໄນ​ຈີ​ເຣຍ, ໂຕ​ໂກ, ຢູ​ແກັນ​ດາ, ແລະ ແຊັມ​ເບຍ. ທັງ​ນີ້ ພຣູເດັນໂຊລ໌ ໄດ້​ອອກ​ແບບ​ຜະ​ລິດ​ຕະ​ພັນ​ທີ່​ຄວບ​ຄຸມ ແລະ ມີ​ຄວາມ​ສ້າງ​ສັນ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທີ່​ແຕກ​ຕ່າງ​ຂອງ​ລູກ​ຄ້າກວ່າ 16 ລ້ານ​ຄົນ​ໃນ​ທະ​ວີບ​ອາ​ຊີ ແລະ ອາ​ຟ​ຣິ​ກາ​ຜ່ານ​ຊ່ອງ​ທາງ​ການ​ຈັດ​ຈຳ​ໜ່​າຍແບບຫຼາກຫຼາຍ.

 

Eastspring Investments ບໍ​ລິ​ຫານ ແລະ ຈັດ​ການ ການ​ລົງ​ທຶນ​ໃຫ້​ແກ່​ກຸ່ມ​ລູກ​ຄ້າ​ລາຍ​ຍ່ອຍ ແລະ ລູ​ກ​ຄ້າ​ສະ​ຖາ​ບັນ​ທົ່ວ​ອາ​ຊີ ເປັນ​ໜຶ່ງ​ໃນ​ບໍ​ລິ​ສັດ​ຈັດ​ການ​ຊັບ​ສິນ​ໃຫຍ່​ທີ່​ສຸດ​ແຫ່ງ​ໜຶ່ງ​ໃນ​ພູ​ມິ​ພາກ ດຳ​ເນີນ​ທຸ​ລະ​ກິດ​ໃນ 11 ປະ​ເທດ​ລວມ​ເຖິງ​ສຳ​ນັກ​ງານ​ຂາຍ​ໃນ​ທະ​ວີບ​ອາ​ຟ​ຣິ​ກາ​ເໜືອ ແລ​ະ ທະ​ວີບເອີ​ຣົບ ໂດຍ​ມີ​ຊັບ​ສິນ​ພາຍ​ໃຕ້​ການ​ບໍ​ລິ​ຫານ​ຈັດ​ການ​ຄິດ​ເປັນ 220 ພັນ​ລ້ານ​ໂດ​ລາ​ສະ​ຫະ​ລັດ (ຄັ້ງ​ທີ 30 ມິ​ຖຸ​ນາ 2020), ຜ່ານ​ການ​ບໍ​ລິ​ຫານກອງ​ທຶກ​ຫຼາກຫຼາຍ​ປະ​ເພດ ລວມ​ເຖິງ​ຮຸ້ນ ແລະ ລາຍ​ຮັບ​ຄົງ​ທີ່

ອີງ​ຕາມ​ໜ້າ​ທີ​ເປົ້າ​ໝາຍ​ຂອງ​ທາງ​ບໍ​ລິ​ສັດ ທີ່​ຕ້ອງ​ການສ້າງ​ລະ​ບົບ​ສາ​ທາ​ລ​ະ​ນະສູກ​​ໃຫ້ສາ​ມາດ​ເຂົ້າ​ເຖິງໄດ້​ງ່າຍ​ສຳ​ລັບ​ທຸກ​ຄົນ  ‘Pulse by Prudential’ (Pulse) ໄດ້​ດຳ​ເນີນ​ງານ​ຄັ້ງ​ທຳ​ອິດ​ຢູ່ ມາ​ເລ​ເຊຍ ເດືອນ ສິງ​ຫາ ປີ 2019. ປັດ​ຈຸ​ບັນ​ແມ່ນ​ສາ​ມາດ​ໃຊ້​ໄດ້​ເຖິງ 12 ປະ​ເທດ​ທົ່ວ ອາ​ຊີ ແລະ ອາ​ຟ​ຣິ​ກາ. ເປັນ​ແອັ​ປ​ທີ່​ໃຊ້​ລະ​ບົບ AI ໃນ​ການ​ວິ​ເຄາະຂໍ້​ມູນ​ແບບ​ທັນ​ຈິງ ເພື່ອ​ບໍ​ລິ​ການ​ລູກ​ຄ້າ ໃຫ້​ໄດ້ 24 ຊົ່ວ​ໂມງ ແລະ 7 ວັນ ເຊິ່ງ​ຊ່ວຍ​ໃຫ້​ພວກ​ເຂົາ​ສາ​ມາດ​ປ້ອງ​ກັນ ຫຼຸດ​ຜ່ອນ ພະ​ຍາດ​ຕ່າງໆ​ໄດ້. ພາຍ​ໃນ​ເດືອນ​ທັນ​ວ່າ ປີ 2020 ແອັ​ປ​ໄດ້​ຮັບ​ການ​ດາວ​ໂຫຼດຫຼາຍກວ່າ 15 ລ້ານ​ຄັ້ງ​ໃນ ອາ​ຊີ ແລະ ອາ​ຟ​ຣິ​ກາ. ສາ​ມາດ​ເຂົ້າ​ເບິ່ງ​ຂໍ້​ມູນ​ໄດ້​ທີ່ : www.wedopulse.com.

 

* ກຸ່ມ​ບໍ​ລິ​ສັດ ພຣູເດັນໂຊລ໌ ໄດ້​ຈົດ​ທະ​ບຽນ​ຕະຫຼາດຫຼັກ​ຊັບ​ລອນດອນ (PRU.L), ຕະຫຼາດຫຼັກ​ຊັບ​ຮົງ​ກົງ (2378.HK), ສິງ​ກະ​ໂປ (K6S.SG) ແລະ ນິວຢອກ (PUK.N). ກຸ່ມ​ບໍ​ລິ​ສັດ ພຣູເດັນໂຊລ໌ ບໍ່ໄດ້​​ມີ ມິ​ຕິ​ສຳ​ພັນ ຫຼື ຄວາມ​ກ່ຽວ​ຂ້ອງ​ໃດໆ​ກັບໃດໆ​ກັບ Prudential Financial, ເຊິ່ງ​ເປັນ​ບໍ​ລິ​ສັດ​ທີ່​ມີ​ສະ​ຖານ​ປະ​ກອບ​ການຫຼັກ​ທີ່​ສະ​ຫະ​ລັດ​ອາ​ເມ​ລິ​ກາ ຫຼື The Prudential Assurance Company, ເຊິ່ງ​ເປັນ​ບໍ​ລິ​ສັດ​ໃນ​ເຄືອ​ຂອງ M&G plc ທີ່​ຈົດ​ທະ​ບຽນ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຣາດ​ຊະ​ອາ​ນະ​ຈັກ

 

ກ່ຽວ​ກັບ​ວົງ SuperM ​

 

SuperM, ສຸດຍອດ​ວົງ​ບອຍ​ແບນ​ເຈົ້າ​ຂອງ​ສາ​ຍາ ອະ​ເວັນ​ເຈີ​ເຄ​ປ໋ອບ​ຖື​ກຳ​ເນີນ​ໃນ​ປີ 2019 ຈາກ​ຄວາມ​ຮ່ວມ​ມື​ຂອງ​ສອງ​ຄ້າຍ​ຍັກ​ໃຫຍ່​ເຊັ່ນ​ວ່າ SM Entertainment  ແລະ ການ​ຮ່ວມ​ຕົວ​ຂອງ​ສະ​ມາ​ຊິກ 7ຄົນ​ຈາກວົງ​ເຄ​ປ໋ອບ​ແຖວ​ໜ້າ​ຂອງ​ເກົາຫຼີ​ໃຕ້​ໃນ​ສັງ​ກັດ​ຄ້າຍ​ດັ່ງ​ກ່າວເຊັ່ນ​ວ່າ ​ TAEMIN ຈາກ SHINee, BAEKHYUN ແລະ KAI ຈາກ EXO, TAEYONG ແລະ MARK ຈາກ NCT 127 ແລະ TEN ແລະ LUCAS ຈາກ WayV. ທັງ​ນີ້ວົງ SuperM ສ້າງ​ປະ​ຫວັດ​ສາດ​ເປັນ​ວົງ​ການ​ດົນ​ຕີ​ຈ​າກ​ອາ​ຊີ​ວົງ​ທຳ​ອິດ​ທີ່​ຄອງ​ອັນ​ດັບ​ໃນ US Billboard 200 ຍິ່ງ​ໄປ​ກວ່າ​ນັ້ນ SuperM ປະ​ສົບ​ຄວາມ​ສຳ​ເລັດ​ລະ​ດັບ​ນາ​ນາ​ຊາດ​ດ້ວຍ​ການ​ຄອງ​ອັນ​ດັບ​ໜຶ່ງ​ໃນ Billboard's Artist 100 Top Album Sales, Top Current Albums, Digital Albums, Internet Albums, World Albums, ແລະ World Digital Song Sales charts ເຊິ່ງ​ສາ​ມາດ​ຄອງ​ອັນ​ດັບ​ອາ​ລະ​ບ້ຳ​ທີ່​ມີ​ຍອດ​ຂາຍ​ສູງ​ສຸດ​ທົ່ວ​ໂລກ.