Select your language
close
Prudential x SuperM

ສະມາຊິກວົງ SuperM Do Wellness

ມາເບິ່ງຄອນເທັ້ນສຸດພິເສດກັບສະມາຊິກຄົນໂປດຂອງທ່ານໃນວົງ SuperM ແລະ ມາເບິ່ງວ່າບັນດາດາວເດັ່ນຂອງ K-Pop Do Wellness ໄດ້ແນວໃດ.

ມາຈັບຕາເບິ່ງສະມາຊິກຄົນໂປດຂອງທ່ານໃນ We DO Wellness

ເປັນອີກບາດກ້າວໜຶ່ງທີ່ຈະໄດ້ເຂົ້າໃກ້ສິນລະປິນທີ່ເຈົ້າມັກແລະມີໂອກາດໄດ້ຮູ້ຈັກເຂົາເຈົ້າໃຫ້ຫຼາຍຂຶ້ນ. ອີກຢ່າງໜຶ່ງ, ມາເບິ່ງການສອນເຕັ້ນໂດຍບັນດາສະມາຊິກແຕ່ລະຄົນແລະມາຮຽນຮູ້ສິ່ງທີ່ເຂົາເຈົ້າເຮັດຫຍັງແດ່ໃນແຕ່ລະມື້ເພື່ອຮັກສາສຸຂະພາບຂອງເຂົາເຈົ້າ.

BAEKHYUN

ຫົວຫນ້າວົງ, ນັກຮ້ອງນຳ
arrow
ໃນຖານະເປັນຫົວຫນ້າວົງຂອງ SuperM ທີ່ຮູ້ຈັກກັນໃນນາມ 'Genius Idol', ແບັກຍອນເຄີຍເປັນຫນຶ່ງໃນສະມາຊິກຂອງວົງ EXO ແລະເປັນສິນລະປິນດ່ຽວຄົນທຳອິດທີ່ເຮັດຍອດຂາຍໄດ້ຫຼາຍກວ່າ 1 ລ້ານອາ​ລະ​ບ້ຳ
arrow
ນອກຈາກແບັກຍອນຈະມີພອນສະຫວັນດ້ານດົນຕີແລ້ວ, ລາວຍັງເປັນນັກສະແດງທີ່ໂດດເດັ່ນນຳ. ແບັກຍອນໄດ້ຮັບລາງວັນ ສຸດຍອດດາວດວງໃຫມ່ໃນປີ 2016 ສຳລັບການສະແດງທີ່ໂດດເດັ່ນຂອງລາວໃນລະຄອນ“ Moon Lovers: Scarlet Heart Ryo”.
arrow
ປີ 2018, ແບັກຍອນໄດ້ເຮັດທຸລະກິດແຟຊັ່ນຂອງລາວເອງທີ່ມີຊື່ວ່າ,“ Prive by BBH” ແລະປະຈຸບັນໄດ້ເປັນຜູ້ອຳນວຍການໃຫຍ່ຂອງຍີ່ຫໍ້ນີ້.
arrow
ການຄິດບວກແມ່ນ ເປົ້າໝາຍຂອງປີ 2021 ຂອງທ່ານບໍ່? ມາຟັງຈາກ BAEKHYUN! ຄວາມຕຶງຄຽດບໍ່ແມ່ນປັນຫາ ສຳລັບລາວ ແລະ ຄູ່ແຂ່ງ ໃນສະໜາມ E-sport ກໍ່ເຊັ່ນດຽວກັນ.

ພວກເຮົາບໍ່ເຮັດຍັງເຄິ່ງໆກາງໆ, ພວກເຮົາເຮັດໃຫ້ດີທີ່ສຸດໄປນຳກັນ  
BAEKHYUN

 

ຢາກທວນຄືນທ່າເຕັ້ນໃຫ່ມບໍ່? BAEKHYUN, ຈະຊ່ວຍທ່ານເອງ.

KAI

ຫົວຫນ້າເຕັ້ນ, ນັກຮ້ອງນຳ
arrow
ຄິມຈົງອິນ, ຫຼືເປັນທີ່ຮູ້ຈັກໃນນາມ ”ໄຄ”, ເປັນສະມາຊິກຄົນທຳອິດຂອງວົງ EXO ທີ່ເປັນທີ່ຮູ້ຈັກສູ່ມວນຊົນ. ລາວຖືວ່າເປັນນັກເຕັ້ນທີ່ເກັ່ງທີ່ສຸດໃນວົງການ K-pop.
arrow
ໄຄເລີ່ມເຕັ້ນຕັ້ງແຕ່ລາວອາຍຸ 8 ປີ ເຊິ່ງລາວມີຄວາມສົນໃຈໃນການເຕັ້ນແຈັສ. ລາວເລີຍໄດ້ກາຍເປັນຜູ້ຊ່ຽວຊານດ້ານການເຕັ້ນຫຼາກຫຼາຍແບບ - ແຈັສ, ບາເລ້, ຮິບຮ໋ອບ, ປັອບປິ້ງ ແລະລ໋ອກກິ້ງ.
arrow
ເມື່ອ ໄຄ ໄດ້ເປີດຕັວຄັ້ງທຳອິດກັບວາລະສານ ‘The Big Issue’, ເຊິ່ງໄດ້ທຳລາຍສະຖິຕິເມື່ອວາລະສານດັ່ງກ່າວຂາຍໄດ້ເຖິງ 80,000ເຫຼັ້ມໃນເວລາພຽງ 2 ມື້.
arrow
ເຮັດແນວໃດເພື່ອໃຫ້ເວລາຂອງຮ່າງກາຍຂອງທ່ານລຽບງ່າຍ? ຮັກສາຄວາມສົມດຸນໂດຍການນອນໃຫ້ເປັນເວລາທຸກໆມື້ ຄືກັນກັບ KAI!

ຖ້າເຮົາຢາກໄດ້ຫຍັງ, ເຮົາຕ້ອງເຮັດທຸກຢ່າງເພື່ອໃຫ້ສຳເລັດຜົນ
KAI

ກ່ອນຈະແມ່ນທີ່ຂອງທ່ານ, ມາເບິ່ງ KAI ສະແດງວິທີເຕັ້ນ #WeDO ກັນກ່ອນ.

LUCAS

ແຣັບເປີ້ນຳ
arrow
Wong Yuk-hei, ທີ່ຮູ້ກັນໃນນາມ ລູຄັສ, ແມ່ນນັກຮ້ອງສັນຊາດຈີນ - ໄທ, ແຣັບເປີ້ແລະນາຍແບບ. ລູຄັສສາມາດເວົ້າໄດ້ຫລາຍພາສາກໍຄືພາສາເກົາຫຼີ, ພາສາຈີນກາງ, ພາສາຈີນກວາງຕຸ້ງແລະພາສາອັງກິດ.
arrow
ລູຄັສໄດ້ຜ່ານການຄັດເລືອກຢູ່ຮົງກົງແລະຖືກເລືອກໂດຍ SM Entertainment ໃນປີ 2015. ຫຼັງຈາກນັ້ນລາວໄດ້ເປີດຕົວຄັ້ງ ທຳອິດກັບວົງ NCT U ໃນປີ 2018.
arrow
ລູຄັສຍັງເປັນນັກສະແດງເຕັມຕັວຂອງ Keep Running, ໃນເມື່ອກ່ອນທີ່ເອີ້ນວ່າ Running Man China.
arrow
ມີວິທີດຽວບໍ່ທີ່ເຮັດຕື່ນຕົວ? ບໍ່ແມ່ນຢູ່ແລ້ວ. ຢູ່ເທິງເວທີ LUCAS ບໍ່ພຽງແຕ່ ເຄື່ອນໄຫວຄ້າຍຄືກັບແມງກະເບື້ອ, ລາວຍັງປຽບສະເຫມືອນເຜິ້ງຢູ່ເທິງເວທີມວຍອີກດ້ວຍ.

ພວກເຮົາບໍ່ມີແຕ່ເວົ້າ, ພວກເຮົາເຮັດເລີຍ
LUCAS

ທຸກໆຄົນ, ນີ້ແມ່ນວິທີທີ່ LUCAS ໄດ້ລົງມືເຮັດ.

MARK

ແຣັບເປີ້ນຳ, ນັກເຕັ້ນນຳ, ນັກຮ້ອງສຳຮອງ
arrow
ມາກລີ ຫຼືວ່າມາກ, ແມ່ນນັກຮ້ອງ, ແຣັບເປີ້ແລະນັກແຕ່ງເພງທີ່ມາຈາກການາດາ. ມາກເປັນສະມາຊິກທີ່ອາຍຸຫນ້ອຍທີ່ສຸດຂອງວົງ SuperM.
arrow
ມາກໄດ້ຖືກເລືອກໂດຍ SM Entertainment ໃນປີ 2012. ໃນປີ 2016, ລາວໄດ້ຖືກຄັດເລືອກໃຫ້ເປັນສະມາຊິກໃນວົງ NCT ແລະແລະໄດ້ເປີດຕັວເພງທີ່ມີຊື່ວ່າ "The Sense 7" ພ້ອມວົງ. ຕໍ່ມາລາວໄດ້ເຂົ້າຮ່ວມວົງຍ່ອຍຂອງ NCT, ນັ້ນກໍຄືວົງ NCT 127 ແລະ NCT Dream.
arrow
ມາກເປັນນັກແຕ່ງເພງທີ່ມີພອນສະຫວັນແລະໄດ້ແຕ່ງເພງໃຫ້ກັບທຸກໆວົງທີ່ລາວຢູ່, ລວມເຖິງວົງ SuperM ນຳ.
arrow
ຕ້ອງການເບິ່ງແຍງສຸຂະພາບຂອງທ່ານໃຫ້ດີຫຼືບໍ່? ອີງຕາມ MARK, 'ການນອນຫລັບທີ່ດີຮັກສາທຸກຢ່າງ'! ກິ່ນທີ່ມັກທີ່ສຸດຂອງ MARK ແມ່ນດອກມະລິ ແລະ ລາວໃຊ້ເຄື່ອງປັບອາກາດ ເພື່ອການນອນຫລັບທີ່ມີຄຸນນະພາບໃນທຸກໆຄືນ.

ການເຜີຍແຜ່ພະລັງບວກ ແລະ ເຮັດວຽກໜັກເພື່ອສິ່ງທີເຮົາຮັກ... ນີ້ຄືສິ່ງທີເຮົາເຮັດ
MARK

MARK + ທ່າເຕັ້ນ = ຄວາມຊ່ຽວຊານ. ເຕັ້ນຕາມລາວ, ແລ້ວມາເຕັ້ນໃຫ້ພວກເຮົາເບິ່ງ.

TAEMIN

ນັກເຕັ້ນຫຼັກ, ນັກຮ້ອງນຳ
arrow
ຜົນງານຂອງ ແທມິນລີ ເຮັດໃຫ້ທຸກຄົນເອີ້ນລາວວ່າ ຕົ້ນແບບຂອງ Idol. ເຖິງລາວສິເປັນອາດີດສະມາຊິກຂອງວົງ Shinee, ແຕ່ຄວາມໂດດເດັ່ນຂອງລາວບໍ່ໄດ້ຫຼຸດຫນ້ອຍຖອຍລົງເລີຍ ດ້ວຍການເປັນນັກຮ້ອງດ່ຽວໃນປີ 2014.
arrow
ແທມິນເປັນສິນລະປິນທີ່ມີຄວາມສາມາດຫຼາກຫຼາຍດ້ານ ພ້ອມທັງມີຜົນງານທີ່ໂດດເດັ່ນນອກເຫນືອ​ຈາກອາຊີບນັກຮ້ອງຂອງລາວ. ຜົນງານຂອງລາວແມ່ນມີທັງການສະແດງລະຄອນເວທີ “Goong,” ໃນສາລະຄະດີເລື່ອງ “I Am” ເພື່ອພາກສຽງສຳລັບຮູບເງົາ​ເອນິເມ​ເຊີ້ນຂອງເກົາຫຼີຊື່ວ່າ The Outback.
arrow
ໃນປີ 2017, ແທມິນໄດ້ເຈາະຕະຫຼາດຍີ່ປຸ່ນດ້ວຍການອອກເພງໃໝ່ທີ່ມີຊື່ວ່າ "Flame of Love".
arrow
ສົງໄສບໍ່ວ່າ TAEMIN ຄືແຂງແຮງ ແລະ ຮັກສາສຸຂະພາບຂອງຕົນເອງແນວໃດ?ລາວອອກກຳລັງກາຍເປັນເວລາ 10 ນາທີໃນແຕ່ລະມື້. ມັນມ່ວນ, ງ່າຍດາຍ ແລະລາວສາມາດເຮັດມັນໄດ້ທຸກບ່ອນ.

ມາເລີຍ! ມາຮ່ວມມ່ວນໄປກັບພວກເຮົາ!
TAEMIN

ມາເບິ່ງ TAEMIN ເຕັ້ນໃນທ່ອນຂອງລາວກັນເລີຍ

TAEYONG

ແຣັບເປີ້ຫຼັກ, ນັກເຕັ້ນນຳ, ນັກຮ້ອງຮອງ
arrow
ແທຍອງລີ, ຫຼືທີ່ຮູ້ຈັກໃນນາມ ແທຍອງ, ແມ່ນຫົວຫນ້າຂອງວົງ NCT ທີ່ມີ ມາກ, ລູຄັສ ແລະ ເທັນ.
arrow
ຜົນງານທີ່ໂດດເດັ່ນຂອງແທຍອງ ໄດ້ເຮັດໃຫ້ລາວໄດ້ຮັບໜ້າທີ່ເປັນແຣັບເປີ້ນຳ ແລະນັກເຕັ້ນຫລັກເຖິງວ່າລາວບໍ່ມີປະສົບການໃນການເຕັ້ນມາກ່ອນ. ໃນປີ 2019, ແທຍອງໄດ້ປ່ອຍຜົນງານສິລະປິນດ່ຽວກັບຜົນງານເພງ “Long Track”.
arrow
ຄືກັນກັບ ມາກ, ແທຍອງຍັງເປັນນັກແຕ່ງເພງທີ່ປະສົບຜົນສຳເລັດ, ແລະໄດ້ແຕ່ງເພງຫຼາຍກວ່າ 30 ເພງໃນ 4 ພາສາ.
arrow
ເຄີຍສົງໄສບໍ່ວ່າຈະເລີ່ມຝຶກສະຕິແນວໃດ? ຄວາມລັບຂອງ TAEYONG ໃນວັນທີ່ສະຫງົບສຸກ ແມ່ນການໃຊ້ເວລາທີ່ມີຄຸນນະພາບໄປກັບດົນຕີຄລາສສິກເກົ່າໆ ໂດຍ Ennio Morricone.

ພວກເຮົາເຮັດທຸກຢ່າງເພື່ອໃຫ້ເປັນເວີຊັ້ນທີ່ດີກວ່າຂອງຕົວເອງ
TAEYONG

ສິ່ງທີ່ເຮັດໃຫ້ TAEYONG ຕື່ນເຕັ້ນກັບເພງ #WeDO ແມ່ນຫຍັງ?
ໂອກາດທີ່ຈະເຮັດໃຫ້ທຸກຄົນເຂົ້າເຖິງການເຕັ້ນດ້ວຍຮ່າງກາຍຂອງທ່ານ.

TEN

ນັກເຕັ້ນນຳ, ນັກຮ້ອງນຳ, ແຣັບເປີ້ຮອງ
arrow
ຊິດຕະພົນ ລີໄຊຍະພອນກຸນ, ຫຼືເປັນທີ່ຮູ້ຈັກໃນນາມ ”ເທັນ”, ເປັນຄົນສັນຊາດໄທທີ່ເປັນດາວເດັ່ນໃນປະເທດເກົາຫຼີໃຕ້ ແລະ ປະເທດຈີນ.
arrow
ໃນປີ 2010, ເທັນໄດ້ຊະນະການແຂ່ງຂັນໃນລາຍການ Teen Superstar ຂອງໄທ. ຕໍ່ມາໃນປີ 2013, ເທັນໄດ້ຂຶ້ນມາເປັນອັນດັບໜຶ່ງ ໃນການຄັດເລືອກ SM Thailand Global ແລະເລີ່ມການຝຶກຊ້ອມກັບ SM Entertainment ຜ່ານ SM Rookies.
arrow
ຕໍ່ມາໃນປີ 2016, ເທັນຍັງໄດ້ເປັນສ່ວນໜຶ່ງຂອງວົງ NCT U ທີ່ມີເພງ "The Sense 7" ແລະເປີດຕົວເປັນ WayV ຂອງ NCT ໃນປີ 2019, ເຊິ່ງເປັນໜ່ວຍງານທີ່ປະເທດຈີນ, ເຊິ່ງປະກອບດ້ວຍສະມາຊິກຈາກຈີນ, ຮົງກົງ ແລະ ໄທ.
arrow
ຕ້ອງເຮັດແນວໃດ ໃນເວລາທີ່ທ່ານມີຄວາມຮູ້ສຶກອຸກໃຈ? ນີ້ແມ່ນຄຳແນະນຳຈາກ TEN,ທຸກສິ່ງທີ່ທ່ານຕ້ອງການແມ່ນ... ຊູຊິ ສົດໃໝ່

ພວກເຮົາເຮັດທຸກຢ່າງເພື່ອໃຫ້ເປັນເວີຊັ້ນທີ່ດີກວ່າຂອງຕົວເອງ
TEN

 

ທ່ານໄດ້ເບິ່ງ ວິດີໂອງເພງ #WeDO ຂອງ PRUxSuperM ແລ້ວຫຼືບໍ່? ມາໃຫ້ TEN
ທວນຄືນທ່າເຕັ້ນໃຫ້ຈັກເລັກໆໜ່ອຍໆກັນເທາະ!