Select your language
close

ນະໂຍບາຍສ່ວນບຸກຄົນ

ສຶກສາເພີ່ມຕື່ມກ່ຽວກັບນະໂຍບາຍສ່ວນບຸກຄົນ

ພວກເຮົາ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ), ໃຫ້ຄວາມສຳຄັນໃນການເຄົາລົບຄວາມເປັນສ່ວນຕົວ ແລະ ການປົກປ້ອງຂໍ້ມູນ ສ່ວນຕົວຂອງທ່ານ.

ດັ່ງນັ້ນ, ພວກເຮົາໄດ້ກຳນົດຂໍ້ມູນລຸ່ມນີ້ກ່ຽວກັບ ການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ, ສິດທີ່ທ່ານມີ ແລະ ວິທີການຕິດຕໍ່ ຫາກທ່ານຕ້ອງການຮັບຮູ້ຂໍ້ມູນເພີ່ມຕື່ມ.

ເມື່ອພວກເຮົາເວົ້າວ່າ: "ຂໍ້ມູນສ່ວນຕົວ", ພວກເຮົາໝາຍເຖິງຂໍ້ມູນທີ່ກ່ຽວກັບທ່ານເຊັ່ນ: ຊື່, ວັນເດືອນປີເກີດ ແລະ ລາຍລະອຽດການຕິດຕໍ່ຂອງທ່ານ. ພວກເຮົາເກັບກຳຂໍ້ມູນສ່ວນຕົວຈາກທ່ານ ເຊິ່ງມີຄວາມຈຳເປັນເພື່ອໃຫ້ພວກເຮົາ ສະໜອງຜະລິດຕະພັນ ຫຼື ການບໍລິການໃຫ້ທ່ານ ຕາມທີ່ທ່ານໄດ້ຮ້ອງຂໍ ຫຼື ເພື່ອປະຕິບັດຕາມຂໍ້ກຳນົດດ້ານກົດໝາຍ ຫຼື ສັນຍາ. ໃນ​ກໍ​ລະ​ນີ, ຫາກທ່ານບໍ່ສາມາດສະໜອງ ຂໍ້ມູນສ່ວນຕົວທີ່ຈຳເປັນ ເພື່ອໃຫ້ພວກເຮົາສະໜອງຜະລິດ ຕະພັນ ແລະ/ຫຼື ການບໍລິການຂອງພວກເຮົາໃຫ້ທ່ານ, ພວກເຮົາຈະບໍ່ສາມາດສະໜອງຜະລິດຕະພັນ ແລະ/ຫຼື ການ ບໍລິການເຫຼົ່ານັ້ນໃຫ້ທ່ານໄດ້.

ພວກເຮົາອາດປ່ຽນແປງແຈ້ງການຄວາມເປັນສ່ວນຕົວສະບັບນີ້ເປັນແຕ່ລະໄລຍະ ໂດຍການປັບປຸງໜ້າແຈ້ງການຄວາມເປັນສ່ວນຕົວໃນເວັບໄຊຂອງພວກເຮົາ. ພວກເຮົາຂໍແນະນຳໃຫ້ທ່ານກວດກາ ແຈ້ງການຄວາມເປັນສ່ວນຕົວຂອງ ພວກເຮົາເປັນແຕ່ລະໄລຍະໃນເວັບໄຊຂອງພວກເຮົາ, ເນື່ອງຈາກແຈ້ງການຄວາມເປັນສ່ວນຕົວຂອງພວກເຮົາ ສະບັບທີ່ ປາກົດໃນເວັບໄຊມີຜົນ​ບັງ​ຄັບ​ແທນ​ທີ່ ແຈ້ງການຄວາມເປັນສ່ວນຕົວທຸກສະບັບທີ່ຜ່ານມາ.

 ພາກ A - ຂໍ້ມູນສ່ວນຕົວທີ່ພວກເຮົາປະມວນຜົນ

  • ລາຍລະອຽດສ່ວນຕົວ ແລະ ການຕິດຕໍ່ເຊັ່ນ: ຊື່ນາມສະກຸນ, ອາຊີບຫຼັກ, ລາຍລະອຽດການຕິດຕໍ່ ແລະ ປະຫວັດລາຍລະອຽດການຕິດຕໍ່;

  • ວັນເດືອນປີເກີດ, ເພດ ແລະ/ຫຼື ອາຍຸ, ລວງສູງ, ນ້ຳໜັກ;

  • ສັນຊາດຂອງທ່ານ (ຫາກກ່ຽວຂ້ອງກັບຜະລິດຕະພັນ ຫຼື ການບໍລິການ);

  • ລາຍລະອຽດຂອງຜູ້ລົງທຶນ, ຜູ້ໄດ້ຮັບຜົນປະໂຫຍດເຊັ່ນ: ຜູ້ຖືສັນຍາປະກັນໄພຮ່ວມ ແລະ ຜູ້ທີ່ໄດ້ຮັບຜົນປະໂຫຍດຂອງຜະລິດຕະພັນ ຫຼື ການບໍລິການຂອງພວກເຮົາ;

  • ສະມາຊິກໃນຄອບຄົວ (ຫາກກ່ຽວຂ້ອງກັບຜະລິດຕະພັນ ຫຼື ການບໍລິການ);

  • ບັນທຶກການຕິດຕໍ່ຂອງທ່ານກັບພວກເຮົາເຊັ່ນ: ຜ່ານໝາຍເລກໂທລະສັບຂອງສູນບໍລິການລູກຄ້າ ຂອງພວກເຮົາ ແລະ ລາຍລະອຽດເຊັ່ນ: ຂໍ້ມູນຕຳແໜ່ງທີ່ຕັ້ງໂທລະສັບມືຖື, ທີ່ຢູ່ IP ແລະ ທີ່ຢູ່ MAC ຂອງທ່ານ ຫາກທ່ານຕິດຕໍ່ກັບພວກເຮົາທາງອອນລາຍໂດຍໃຊ້ບໍລິການອອນລາຍ ຫຼື ຜ່ານແອັບສະມາດໂຟນຂອງພວກເຮົາ;

  • ຜະລິດຕະພັນ ແລະ ການບໍລິການທີ່ທ່ານມີກັບພວກເຮົາ, ລວມທັງຜະ​ລິດ​ຕະ​ພັນທີ່ທ່ານສົນໃຈ ແລະ ເຄີຍມີ ແລະ ວິທີການຊຳລະເງິນທີ່ກ່ຽວຂ້ອງ;

  • ການນຳໃຊ້ຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ, ການຮຽກຮ້ອງຜົນປະໂຫຍດການປະກັນໄພໃດໜຶ່ງ ແລະ ບໍ່ວ່າ ການຮຽກຮ້ອງເຫຼົ່ານັ້ນໄດ້ຮັບການຊຳລະ ຫຼື ບໍ່ກໍ່ຕາມ (ແລະ ລາຍລະອຽດທີ່ກ່ຽວຂ້ອງກັບ ເລື່ອງນີ້);

  • ການວິເຄາະຂໍ້ມູນການຕະຫຼາດທີ່ກ່ຽວຂ້ອງກັບທ່ານ, ລວມທັງປະຫວັດການສື່ສານ ບໍ່ວ່າທ່ານຈະເປີດ ຫຼື ຄລິກໃສ່ລິ້ງກໍ່ຕາມ;

  • ຂໍ້ມູນກ່ຽວກັບການນຳໃຊ້ຜະລິດຕະພັນ ຫຼື ການບໍລິການຂອງທ່ານທີ່ດຳເນີນກັບຄູ່ຮ່ວມການ ຕະຫຼາດຂອງພວກເຮົາເຊັ່ນ: ສັນຍາປະກັນໄພ, ການຈຳນອງ, ການຝາກປະຢັດ ຫຼື ການ ບໍລິການ ແລະ ຜະລິດຕະພັນທາງການເງິນ;

  • ຂໍ້ມູນທີ່ພວກເຮົາໄດ້ຮັບຈາກບຸກຄົນທີສາມ, ລວມມີຂໍ້ມູນກ່ຽວກັບຄວາມສ່ຽງດ້ານປະກັນໄພ, ການກຳນົດລາຄາ, ປະຫວັດການຮຽກຮ້ອງຜົນປະໂຫຍດການປະກັນໄພ, ຕົວຢ່າງ ປະຫວັດທີ່ສົງໄສວ່າມີການສໍ້ໂກງ ແລະ ການນຳໃຊ້;

  • ຂໍ້ມູນສ່ວນຕົວທີ່ພວກເຮົາໄດ້ຮັບຈາກ ໜ່ວຍ​ງານຂໍ້​ມູນ​ຂ່າວ​ສານສິນເຊື່ອ(Credit Reference Agencies) ແລະ ໜ່ວຍງານສະກັດກັ້ນການ ສໍ້ໂກງ, ລວມທັງພາກລັດ (ຕົວຢ່າງ: ການຜິດສັນຍາ) ແລະ ປະຫວັດສິນເຊື່ອທີ່ໃຊ້ຮ່ວມກັນ, ສະຖານະພາບທາງການເງິນ ແລະ ປະຫວັດການເງິນ;

  • ຂໍ້ມູນການສໍ້ໂກງ, ໜີ້ສິນ ແລະ ການໂຈລະກຳຂໍ້ມູນ, ລວມມີລາຍລະອຽດຂອງເງິນທີ່ທ່ານເປັນໜີ້, ກໍລະນີທີ່ສົງໄສວ່າມີການສໍ້ໂກງ ຫຼື ການໂຈລະກຳ ແລະ ລາຍລະອຽດຂອງອຸປະກອນທີ່ໃຊ້ສຳລັບ ການສໍ້ໂກງ;

  • ຂໍ້ມູນບັນທຶກຄະດີອາຍາ, ລວມມີການກະທຳຜິດທີ່ຖືກກ່າວຫາ;

  • ຂໍ້ມູນກ່ຽວກັບສຸຂະພາບຂອງທ່ານ ຫຼື ຫາກທ່ານເປັນລູກຄ້າທີ່ມີຄວາມສ່ຽງ ຕໍ່ການສະໝັກປະກັນ ສຸຂະພາບ ຫຼື ປະກັນຊີວິດ;

  • ຂໍ້ມູນກ່ຽວກັບຊັບສິນຂອງທ່ານເຊັ່ນ: ຕຳແໜ່ງທີ່ຕັ້ງ, ມູນຄ່າ, ຈຳນວນຫ້ອງ, ປະເພດຂອງຊັບສິນ ແລະ ວຽກກໍ່ສ້າງທີ່ທ່ານເຄີຍເຮັດ (ຫາກກ່ຽວຂ້ອງກັບຜະລິດຕະພັນ ຫຼື ການບໍລິການ);

  • ລາຍລະອຽດທາງການເງິນກ່ຽວກັບທ່ານເຊັ່ນ: ເງິນເດືອນ ແລະ ລາຍລະອຽດຂອງລາຍໄດ້ອື່ນໆ, ລາຍລະອຽດຂອງເງິນຝາກປະຢັດ, ລາຍລະອຽດຂອງຄ່າໃຊ້ຈ່າຍ ແລະ ວິທີການຊຳລະເງິນ ຂອງທ່ານ;

  • ລາຍລະອຽດກ່ຽວກັບການຢືມ ແລະ ເງິນກູ້ທີ່ມີຢູ່ທັງໝົດຂອງທ່ານ (ຫາກກ່ຽວຂ້ອງກັບຜະລິດ ຕະພັນ ຫຼື ການບໍລິການ);

  • ຂໍ້ມູນກ່ຽວກັບສະຖານະພາບການຈ້າງງານຂອງທ່ານ (ຫາກກ່ຽວຂ້ອງກັບຜະລິດຕະພັນ ຫຼື ການ ບໍລິການ);

  • ຂໍ້ມູນກ່ຽວກັບສະຖານະພາບຜູ້ຄອບຄອງຊັບສິນຂອງທ່ານເຊັ່ນ: ໃນເວລາທີ່ສະໝັກ ບໍ່ວ່າທ່ານເປັນ ຜູ້ເຊົ່າ, ອາໄສຢູ່ກັບພໍ່ແມ່ ຫຼື ເປັນຜູ້ຄອບຄອງຊັບສິນບ່ອນທີ່ທ່ານອາໄສຢູ່ ຫຼື ບໍ່ກໍ່ຕາມ;

  • ທີ່ຢູ່ອາໄສ ແລະ/ຫຼື ສະຖານະພາບພົນລະເມືອງຂອງທ່ານ;

  • ສະຖານະພາບການສົມລົດ, ຄອບຄົວ, ວິຖີຊີວິດ ຫຼື ສະຖານະພາບທາງສັງຄົມ (ຫາກກ່ຽວຂ້ອງ ກັບຜະລິດຕະພັນ ຫຼື ການບໍລິການ). ຕົວຢ່າງ: ຈຳນວນຜູ້ຢູ່ໃນອຸປະຖຳທີ່ທ່ານມີ ຫຼື ຖ້າທ່ານເປັນ ແມ່ໝ້າຍ ຫຼື ພໍ່ໝ້າຍ;

  • ຂໍ້ມູນທີ່ພວກເຮົາຊື້ ຫຼື ເຊົ່າຈາກບຸກຄົນທີສາມ, ລວມມີຂໍ້ມູນປະຊາກອນ, ລາຍລະອຽດຂອງການ ເງິນທີ່ຄ້າງຊຳລະ, ລາຍຊື່ການຕະຫຼາດ, ຂໍ້ມູນທີ່ເປີດເຜີຍຕໍ່ສາທາລະນະ ແລະ  ຂໍ້ມູນເພື່ອຊ່ວຍປັບປຸງ ຄວາມກ່ຽວຂ້ອງຂອງຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ;

  • ຂໍ້ມູນເລິກເຊິ່ງກ່ຽວກັບທ່ານ ແລະ ລູກຄ້າຂອງພວກເຮົາທີ່ໄດ້ຈາກການວິເຄາະ ຫຼື ການບັນທຶກ ຂໍ້ມູນລູກຄ້າ;

  • ທຸລະກຳຂອງບຸກຄົນທີສາມເຊັ່ນ: ກໍລະນີທີ່ບຸກຄົນອື່ນນອກຈາກຜູ້ຖືບັນຊີນຳໃຊ້ການບໍລິການ, ຂໍ້ມູນກ່ຽວກັບບຸກຄົນນັ້ນ ແລະ ທຸລະກຳ ແລະ

  • ຂໍ້ມູນອາກອນ (ຫາກກ່ຽວຂ້ອງກັບຜະລິດຕະພັນ ຫຼື ການບໍລິການ). ຕົວຢ່າງ: ສຳລັບບັນຊີ ການລົງທຶນ.

ພາກ B - ບ່ອນທີ່ພວກເຮົາໄດ້ຮັບຂໍ້ມູນສ່ວນຕົວຂອງທ່ານ 

ພວກເຮົາຈະເກັບກຳຂໍ້ມູນສ່ວນຕົວຈາກແຫຼ່ງຂໍ້ມູນທົ່ວໄປດັ່ງນີ້:

  • ຈາກທ່ານໂດຍກົງ ແລະ ຂໍ້ມູນໃດໜຶ່ງຈາກສະມາຊິກຄອບຄົວ, ເພື່ອນຮ່ວມງານ ຫຼື ຜູ້ໄດ້ຮັບ ຜົນປະໂຫຍດຂອງຜະລິດຕະພັນ ແລະ ການບໍລິການ;

  • ຂໍ້ມູນທີ່ໄດ້ກ່ຽວກັບທ່ານເມື່ອທ່ານນຳໃຊ້ຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ;

  • ຈາກນາຍໜ້າ ຫຼື ຄົນກາງອື່ນໆ (ຕົວຢ່າງ: ຕົວແທນ, ຜູ້ຈຳໜ່າຍ, ຄູ່ຮ່ວມທຸລະກິດ) ຜູ້ທີ່ພວກເຮົາ ເຮັດວຽກນຳເພື່ອສະໜອງຜະລິດຕະພັນ ຫຼື ການບໍລິການ ຫຼື ແຈ້ງ​ລາ​ຄາໃຫ້ທ່ານ;

  • ກຸ່ມບໍລິສັດ ພລູເດັນໂຊລ໌ ຫາກທ່ານມີຜະລິດຕະພັນກັບບໍລິສັດໃນກູ່ມຢູ່ແລ້ວ, ໄດ້ສະໝັກເປັນສະມາຊິກ ຫຼື ເຄີຍມີຜະລິດຕະພັນໃດຫນື່ງມາກ່ອນແລ້ວ;

  • Cookies, ຕຳແໜ່ງທີ່ຕັ້ງບ່ອນບໍລິການ, ທີ່ຢູ່ IP ເມື່ອທ່ານເຂົ້າຊົມເວັບໄຊ ຫຼື ແອັບມືຖືຂອງພວກເຮົາ.

  • ແບບສອບຖາມ ແລະ ລາຍລະອຽດການຕິດຕໍ່ເມື່ອທ່ານເຂົ້າຮ່ວມການສຳຫຼວດ, ການປະຊຸມນັກ ລົງທຶນ, ການນຳສະເໜີສິນຄ້າ ຫຼື ເມື່ອທ່ານປັບປຸງແບບຟອມຕິດຕໍ່ໃນເວັບໄຊຂອງພວກເຮົາ;

  • ຈາກແຫຼ່ງຂໍ້ມູນອື່ນໆເຊັ່ນ: ໜ່ວຍງານສະກັດກັ້ນການສໍ້ໂກງ, ໜ່ວຍງານຂໍ້​ມູນ​ຂ່າວ​ສານສິນເຊື່ອ (Credit Reference Agencies), ຜູ້ໃຫ້ກູ້ຢືມ ອື່ນໆ, ລາຍການ ແລະ ຂໍ້ມູນທີ່ເປີດເຜີຍຕໍ່ສາທາລະນະ (ຕົວຢ່າງ: ລາຍການໂທລະສັບ, ສື່ສັງຄົມ, ອິນເຕີເນັດ, ບົດຄວາມຂ່າວ), ການກູ້ຄືນໜີ້ສິນ ແລະ/ຫຼື ຕົວແທນຕິດຕາມ, ອົງການອື່ນໆ ເພື່ອ ຊ່ວຍໃນການສະກັດກັ້ນ ແລະ ກວດສອບອາຊະຍາກຳ, ຕຳຫຼວດ ແລະ ໜ່ວຍງານບັງຄັບໃຊ້ ກົດໝາຍ; ແລະ

  • ພວກເຮົາຊື້ ຫຼື ເຊົ່າຂໍ້ມູນກ່ຽວກັບທ່ານ ຫຼື ລູກຄ້າ ໂດຍທົ່ວໄປຈາກບຸກຄົນທີສາມ ລວມມີຂໍ້ມູນ ປະຊາກອນ, ລາຍລະອຽດກ່ຽວກັບຍານພາຫະນະ, ປະຫວັດການຮຽກຮ້ອງຜົນປະໂຫຍດການປະກັນໄພ, ຂໍ້ມູນການສໍ້ໂກງ, ລາຍຊື່ການຕະຫຼາດ, ຂໍ້ມູນທີ່ເປີດເຜີຍຕໍ່ສາທາລະນະ ແລະ ຂໍ້ມູນອື່ນໆເພື່ອຊ່ວຍປັບປຸງຜະລິດ ຕະພັນ ແລະ ການບໍລິການ ຫຼື ທຸລະກິດຂອງພວກເຮົາ.


ພາກ B.1- ນະໂຍບາຍການໃຊ້ຄຸກກີ້ )Cookie(ເວັບໄຊຂອງພວກເຮົານຳໃຊ້ cookies ເພື່ອຈຳແນກທ່ານຈາກຜູ້ໃຊ້ອື່ນໆຂອງເວັບໄຊພວກເຮົາ. ສິ່ງນີ້ຊ່ວຍພວກເຮົາ ສະໜອງປະສົບການທີ່ດີໃຫ້ທ່ານເມື່ອທ່ານນຳໃຊ້ເວັບໄຊ ແລະ ຍັງຊ່ວຍໃຫ້ພວກເຮົາປັບປຸງເວັບໄຊອີກດ້ວຍ. ຄຸກກີ້ )Cookie( ແມ່ນໄຟລ໌ຕົວອັກສອນ ແລະ ຕົວເລກຂະໜາດນ້ອຍ ທີ່ພວກເຮົາເກັບໄວ້ໃນບຣາວເຊີຂອງທ່ານ ຫຼື ຮາດໄດຼຟ໌ຂອງຄອມພິວເຕີທ່ານ. ຄຸກກີ້ )Cookie( ມີຂໍ້ມູນທີ່ເກັບໄວ້ໃນຮາດໄດຼຟ໌ໃນຄອມພິວເຕີທ່ານ. ທ່ານມີຄວາມ ສາມາດທີ່ຈະຍອມຮັບ ຫຼື ປະຕິເສດ ຄຸກກີ້ )Cookie( ໂດຍປັບປ່ຽນການຕັ້ງຄ່າໃນບຣາວເຊີຂອງທ່ານ. ຖ້າທ່ານຕ້ອງການ ເຮັດສິ່ງນີ້, ກະລຸນາເບິ່ງເມນູຊ່ວຍເຫຼືອໃນບຣາວເຊີຂອງທ່ານ.

ພວກເຮົານຳໃຊ້ປະເພດ ຄຸກກີ້ )Cookie(ດັ່ງນີ້:

  • ຄຸກກີ້ )Cookie( ທີ່ຈຳເປັນຢ່າງເຄັ່ງຄັດ. ສິ່ງເຫຼົ່ານີ້ແມ່ນ cookies ທີ່ຈຳເປັນສຳລັບການດຳເນີນງານຂອງເວັບໄຊ ພວກເຮົາ. ລວມມີຕົວຢ່າງເຊັ່ນ: cookies ທີ່ຊ່ວຍໃຫ້ທ່ານສາມາດເຂົ້າສູ່ເວັບໄຊທີ່ປອດໄພຂອງພວກເຮົາ;

  • ຄຸກກີ້ )Cookie( ວິເຄາະ/ປະຕິບັດການ. ສິ່ງເຫຼົ່ານີ້ຊ່ວຍໃຫ້ພວກເຮົາ ຈື່ຈຳ ແລະ ນັບຈຳນວນຜູ້ເຂົ້າຊົມເວັບໄຊ ຂອງພວກເຮົາ ແລະ ເພື່ອເບິ່ງວ່າຜູ້ເຂົ້າຊົມເຄື່ອນໄຫວແນວໃດ ຢູ່ເວັບໄຊຂອງພວກເຮົາເມື່ອພວກເຂົາ ໃຊ້ງານ. ນີ້ຊ່ວຍໃຫ້ພວກເຮົາປັບປຸງວິທີການເຮັດວຽກຂອງເວັບໄຊພວກເຮົາ ຕົວຢ່າງ: ໂດຍຮັບປະກັນວ່າ ຜູ້ໃຊ້ກຳລັງຊອກຫາສິ່ງທີ່ຕ້ອງການໄດ້ຢ່າງງ່າຍດາຍ ແລະ

  • ຄຸກກີ້ )Cookie( ຂອງການໃຊ້ງານ. ສິ່ງເຫຼົ່ານີ້ນຳໃຊ້ເພື່ອ ຈື່ຈຳ ທ່ານເມື່ອທ່ານກັບມາທີ່ເວັບໄຊຂອງພວກເຮົາ. ສິ່ງນີ້ຊ່ວຍໃຫ້ພວກເຮົາສາມາດ ປັບແຕ່ງ ເນື້ອຫາໃຫ້ເໝາະກັບທ່ານ, ທັກທາຍທ່ານດ້ວຍຊື່ ແລະ ຈື່ການ ຕັ້ງຄ່າຂອງທ່ານ (ຕົວຢ່າງ: ການເລືອກພາສາ ຫຼື ພູມີພາກຂອງທ່ານ).

ໂດຍສືບຕໍ່ນຳໃຊ້ເວັບໄຊ, ທ່ານຍອມຮັບການນຳໃຊ້ cookies ຕາມທີ່ໄດ້ລະບຸໄວ້ຂ້າງເທິງ.

ພາກ C - ພວກເຮົານຳໃຊ້ຂໍ້ມູນສ່ວນຕົວຂອງທ່ານແນວໃດ ແລະ ຍ້ອນຫຍັງ

ພວກເຮົາ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ), ພຣູເດັນໂຊລ໌ ຄັອບພໍເຣຊັ້ນ ອາຊີ, ກຸ່ມບໍລິສັດ ພຣູເດັນໂຊລ໌ ແລະ ຄູ່ຮ່ວມທຸລະກິດຂອງ ພວກເຮົາ, ຈະນຳໃຊ້ຂໍ້ມູນສ່ວນຕົວທີ່ທ່ານໃຫ້ພວກເຮົາ, ຮ່ວມກັບຂໍ້ມູນອື່ນໆ ເພື່ອຈຸດປະສົງດັ່ງນີ້:

ຈຸດປະສົງ

ພື້ນຖານດ້ານກົດໝາຍໃນການປະມວນຜົນ

ການຄຸ້ມຄອງຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ, ລວມທັງການ​ເຮັດໃຫ້ພວກເຮົາສາມາດປະຕິບັດພັນທະທີ່ມີຕໍ່ທ່ານ ແລະ ເພື່ອສະໜອງການບໍລິການທີ່ກ່ຽວຂ້ອງ ດັ່ງທີ່ໄດ້ສົນທະນາກັບ ທ່ານກ່ອນຊື້ຜະລິດຕະພັນ ຫຼື ການບໍລິການໃດໜຶ່ງ. 

ມີຄວາມຈຳເປັນສຳລັບການປະຕິບັດ

ສັນຍາຂອງພວກເຮົາກັບທ່ານ ຫຼື ເພື່ອ ປະຕິບັດຕາມຂັ້ນ​ຕອນກ່ອນທີ່ຈະເຂົ້າສູ່ການເຮັດສັນຍາກັບທ່ານ.

ດຳເນີນການກວດກາໂດຍໃຊ້ໜ່ວຍງານຕ່າງໆເຊັ່ນ: ໜ່ວຍງານຂໍ້​ມູນ​ຂ່າວ​ສານສິນເຊື່ອ (Credit Reference Agencies), ບໍລິສັດຕິດຕາມ ​ໜີ້ສິນຫຼື ຂໍ້ມູນທີ່ເປີດເຜີຍຕໍ່ສາທາລະນະ (ເບິ່ງພາກ D ສຳລັບລາຍລະອຽດເພີ່ມຕື່ມ).

ການໃຫ້ບໍລິການລູກຄ້າ - ເຊັ່ນ: ຕອບຄຳຖາມ ຫຼື ບອກທ່ານວ່າ ມີຫຍັງປ່ຽນແປງ.

ມີຄວາມຈຳເປັນສຳລັບການປະຕິບັດ

ສັນຍາຂອງພວກເຮົາກັບທ່ານ. ຫຼັງຈາກ ສັນຍາຂອງພວກເຮົາສຳເລັດແລ້ວ, ຜົນ ປະໂຫຍດທີ່ຖືກຕ້ອງຕາມກົດໝາຍ

ຂອງພວກເຮົາໃນການຮັກສາ

ການຕັດສິນໃຈ ຫຼື ການບັນທຶກຂໍ້ມູນແບບອັດຕະໂນມັດ

(ເບິ່ງພາກ E ສຳລັບຂໍ້ມູນເພີ່ມຕື່ມ).

 

 

ເກັບຂໍ້ມູນຂອງທ່ານໄວ້ໃນບັນທຶກ ແລະ ການດຳເນີນການຄຸ້ມຄອງອື່ນໆພາຍໃນທຸລະກິດ

ແລະ ພັດທະນາຄວາມສຳພັນຂອງ ພວກເຮົາກັບທ່ານ.

ປະຕິບັດຕາມຂໍ້ກຳນົດດ້ານລະບຽບການ ຫຼື ທາງກົດໝາຍອື່ນໆ.

ປະຕິບັດຕາມພັນທະທາງກົດໝາຍຂອງພວກເຮົາ.

ອອກແບບ ແລະ ສະໜອງປະກັນໄພ, ຜະລິດຕະພັນ ແລະ ການບໍລິການທາງການເງິນທີ່ກ່ຽວຂ້ອງໃຫ້ແກ່ທ່ານ.

ຜົນປະໂຫຍດທີ່ຖືກຕ້ອງຕາມ

ກົດໝາຍ ຂອງພວກເຮົາໃນການ

ອອກແບບ ແລະ ປັບປຸງຜະລິດ

ຕະພັນ, ສະໜອງການເພີ່ມມູນຄ່າໃນການບໍລິການ, ພັດທະນາທຸລະກິດ ແລະ ມີຄວາມເຂົ້າໃຈເລິກເຊິ່ງໃຈ

ກ່ຽວກັບວິທີການນຳໃຊ້ຜະລິດ

ຕະພັນຂອງພວກເຮົາ.

ດຳເນີນການຄົ້ນຄວ້າ ແລະ ການວິເຄາະສະຖິຕິ (ລວມມີການນຳໃຊ້ ເຕັກໂນໂລຊີໃໝ່).

ນອກຈາກນີ້, ພວກເຮົາ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ), ພຣູເດັນໂຊລ໌ ຄັອບພໍເຣຊັ້ນ ອາຊີ, ກຸ່ມບໍລິສັດ ພຣູເດັນໂຊລ໌ ແລະ ຄູ່ຮ່ວມການ ຕະຫຼາດຂອງພວກເຮົາ, ຈະນຳໃຊ້ຂໍ້ມູນສ່ວນຕົວທີ່ທ່ານສະໜອງໃຫ້ພວກເຮົາ, ຮ່ວມກັບຂໍ້ມູນອື່ນໆ ເພື່ອສົ່ງຂໍ້ສະເໜີທາງການຕະຫຼາດໂດຍກົງຜ່ານທາງເອເລັກໂຕຣນິກ ແລະ ບໍ່ແມ່ນອີເລັກໂຕຣນິກ ລວມທັງທາງໄປສະນີ, ຄຳແນະນຳກ່ຽວກັບຜະລິດຕະພັນ ແລະ ການບໍລິການຈາກບຸກຄົນທີສາມ. ກະລຸນາເບິ່ງ ພາກ I ສຳລັບລາຍລະອຽດເພີ່ມຕື່ມ. ພື້ນຖານທາງກົດໝາຍຂອງພວກເຮົາສຳລັບການ ປະມວນຜົນນີ້ ຂຶ້ນກັບຄວາມຍິນຍອມຂອງທ່ານ. 

ບາງຈຸດປະສົງທີ່​ກ່າວ​ມາຂ້າງເທິງມີຄວາມຈຳເປັນ ເພື່ອອະນຸຍາດໃຫ້ພວກເຮົາປະຕິບັດພັນທະຕາມສັນຍາຕໍ່ທ່ານ ແລະ ຊ່ວຍ ໃຫ້ພວກເຮົາປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ພວກເຮົາ ຍັງອີງໃສ່ສິດ​ທິຕາມກົດໝາຍ ໃນການນຳໃຊ້ ແລະ ແບ່ງປັນຂໍ້ມູນສ່ວນຕົວຂອງທ່ານ ເພື່ອຈຸດປະສົງທີ່ໄດ້ອະທິບາຍໄວ້ ຂ້າງເທິງ ໃນການປັບປຸງຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ. ນີ້ແມ່ນ​ເພື່ອອະນຸຍາດໃຫ້ພວກເຮົາສາມາດ ຄົ້ນຫາວິທີພັດທະນາທຸລະກິດຂອງພວກເຮົາ ແລະ ​ກ້າວ​ໄປ​ເຖິງການ​ຮັບ​ຮູ້​ຂໍ້​ມູນກ່ຽວກັບ ການນຳໃຊ້ຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ. ໃນ​ກໍ​ລະ​ນີ​ທີ່ພວກເຮົາຕ້ອງການ ການ​ອາ​ນຸ​ຍາດ​ຈາກທ່ານໃນການ ນຳໃຊ້ຂໍ້ມູນ ສ່ວນຕົວ ເພື່ອ ຈຸດປະສົງທີ່ໄດ້ອະທິບາຍໄວ້ຂ້າງເທິງ, ພວກເຮົາຈະ​ດຳ​ເນີນ​ການ​ນຳ​ໃຊ້ຂໍ້ມູນສ່ວນຕົວຂອງທ່ານ  ຖ້າຫາກທ່ານໄດ້​ອາ​ນຸ​ຍາດ​ແລ້ວເທົ່າ​ນັ້ນ. 

ພວກເຮົາແບ່ງປັນຂໍ້ມູນສ່ວນຕົວຂອງທ່ານກັບໃຜ​ແນ່ ແລະ ຍ້ອນຫຍັງ 

ພວກເຮົາຈະແບ່ງປັນຂໍ້ມູນສ່ວນຕົວ ແລະ ຂໍ້ມູນສຸຂະພາບຂອງທ່ານພາຍໃນກຸ່ມບໍລິສັດພຣູເດັນໂຊລ໌ ແລະ ກັບຄູ່ ຮ່ວມການເງິນ / ຄູ່ຮ່ວມທຸລະກິດດ້ານສຸຂະພາບ ແລະ ຜູ້ໃຫ້ບໍລິການບຸກຄົນທີສາມ (ລວມມີແຕ່ບໍ່ຈຳກັດສະເພາະ ຜູ້ປະກັນໄພ, ທະນາຍຄວາມ, ພະນັກງານທະນາຄານ, ພະນັກງານບັນຊີ, ສະຖາບັນການເງິນ, ຜູ້ດູແລຊັບສິນ ແລະ ຜູ້ໃຫ້ບໍລິການບຸກຄົນທີສາມອື່ນໆທີ່ສະໜອງການບໍລິຫານຄຸ້ມຄອງ, ໂທລະຄົມມະນາຄົມ, ຄອມພິວເຕີ, ການຊຳ ລະເງິນ, ການພິມ, ການຊຳລະໜີ້ສິນ ຫຼື ການບໍລິການອື່ນໆແກ່ພວກເຮົາໃຫ້ສາມາດດຳເນີນທຸລະກິດໄດ້), ບໍລິສັດ ກວດສອບໃບເກັບຄ່າປິ່ນປົວ, ບໍລິສັດກວດສອບການຮຽກຮ້ອງຜົນປະໂຫຍດການປະກັນໄພ, ສະມາຄົມອຸດສາຫະກຳ ແລະ ສະຫະພັນ, ສັນຍາປະກັນໄພຮ່ວມ ຫຼື ຜູ້ຖືການລົງທຶນຂອງທ່ານ, ທີ່ປຶກສາມືອາຊີບ, ນັກຄົ້ນຄວ້າ, ໜ່ວຍງານຂໍ້​ມູນ​ຂ່າວ​ສານສິນເຊື່ອ (Credit Reference Agencies), ໜ່ວຍງານເກັບໜີ້, ສະຖາບັນການເງິນ/ສະຖາບັນສຸຂະພາບ ແລະ ການເປັນຄູ່ຮ່ວມງານເພື່ອຈຸດປະສົງທີ່ໄດ້ກຳນົດໄວ້ໃນພາກ C ນີ້. ຫາກ ທ່ານມີສັນຍາປະກັນໄພຮ່ວມ ຫຼື ບຸກຄົນອື່ນອາດໄດ້ຮັບຂໍ້ມູນສ່ວນຕົວຂອງທ່ານເຊັ່ນກັນ. ຫາກເໝາະສົມ, ພວກເຮົາອາດ ສົ່ງຕໍ່ຂໍ້ມູນສ່ວນຕົວຂອງທ່ານ ໄປຫາໜ່ວຍງານສະກັດກັ້ນອາຊະຍາກຳທາງການເງິນ, ໜ່ວຍງານກົດໝາຍ, ລະບຽບ ການ ຫຼື ໜ່ວຍງານລັດຖະບານ.

ພວກເຮົາອາດດຳ​ເນີນ​ການ​ນຳ​ໃຊ້ຂໍ້ມູນສ່ວນຕົວຂອງທ່ານໃນປະເທດອື່ນ ນອກຈາກປະເທດທີ່ທ່ານອາໄສຢູ່. ​ໃນ​ການໂອນຂໍ້ມູນສ່ວນຕົວຂອງທ່ານ, ພວກເຮົາຈະໃຊ້ການປ້ອງກັນທີ່ເໝາະສົມ ແລະ ​ສອດ​ຄ້ອງ​ກັບກົດໝາຍຂອງ ປະເທດທີ່ຂໍ້ມູນສ່ວນຕົວຂອງທ່ານໂອນໄປ. ລາຍລະອຽດຂອງການປ້ອງກັນທີ່ພວກເຮົານຳໃຊ້ແມ່ນ​ອີງຕາມການຮ້ອງຂໍ. 

ພວກເຮົາເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານຕາມໄລຍະເວລາທີ່ກຳນົດໄວ້ 

ຂໍ້ມູນສ່ວນຕົວຂອງທ່ານຈະຖືກເກັບໄວ້ດົນທີ່ສຸດເທົ່າທີ່ທ່ານ (ຫຼື ຜູ້ຖືສັນຍາປະກັນໄພຮ່ວມຂອງທ່ານ) ເປັນລູກຄ້າຂອງ ພວກເຮົາ ຫຼື ດົນກວ່ານັ້ນ ໂດຍ​ອີງຕາມຂໍ້​ກຳ​ນົດ​ຂອງກົດໝາຍ ຫຼື ​ອີງ​ຕາມຄວາມຈຳເປັນ​ອື່ນໆ. ເຊິ່ງຈະສອດຄ່ອງກັບ​ລະ​ບຽບ​ການ​ວ່າ​ດ້ວຍການເກັບ​ກຳຂໍ້ມູນຂອງພວກເຮົາ. ພ້ອມ​ກັນ​ນີ້ ອາດມີສະຖານະການສະເພາະທີ່ພວກເຮົາຈຳເປັນຕ້ອງເກັບຂໍ້ມູນສ່ວນຕົວຂອງທ່ານໄວ້ຕໍ່ໄປ (ເຊັ່ນ: ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນ). 

ພາກ D - ການກວດສອບການອ້າງອີງ 

ສຳລັບບາງຜະລິດຕະພັນ, ພວກເຮົາອາດນຳໃຊ້ໜ່ວຍງານຂໍ້​ມູນ​ຂ່າວ​ສານສິນເຊື່ອ (Credit Reference Agencies) ທີ່ໄດ້ຮັບອະນຸມັດ, ບໍລິສັດຕິດຕາມ, ໜ່ວຍງານສະກັດກັ້ນອາຊະຍາກຳທາງການເງິນ ຫຼື ຂໍ້ມູນທີ່ເປີດເຜີຍຕໍ່ສາທາລະນະ, ເພື່ອຊ່ວຍພວກເຮົາກວດສອບ ຕົວຕົນຂອງທ່ານ, ກໍ່ຄືສະກັດກັ້ນການສໍ້ໂກງ ແລະ ການຟອກເງິນ; ນີ້ອາດລວມມີການກວດສອບທີ່ຢູ່ປັດຈຸບັນ ຫຼື ທີ່ຢູ່ຜ່ານມາຂອງທ່ານ. ຜົນໄດ້ຮັບເຫຼົ່ານີ້ອາດຖືກບັນທຶກໄວ້ເພື່ອເປັນການອ້າງອີງໃນຕໍ່ໜ້າ.

ການກວດສອບເຫຼົ່ານີ້ ​ແມ່ນ​ຖືກ​ດຳ​ເນີນ​ການ​ເພື່ອ​ຜູ້​ລົງ​ທຶນ, ຜູ້ຖືສັນຍາປະກັນໄພຮ່ວມ ຫຼື ບຸກຄົນທີ່ທ່ານໃຫ້ ຂໍ້ມູນສ່ວນຕົວ. ຫາກພວກເຮົາບໍ່ສາມາດຕິດຕໍ່ກັບທ່ານ, ພວກເຮົາອາດນຳໃຊ້ໜ່ວຍງານເຫຼົ່ານີ້ ໃນການກວດ ສອບທີ່ຢູ່ຂອງທ່ານເພື່ອຊ່ວຍພວກເຮົາໃຫ້ຕິດຕໍ່ກັບໄດ້. 

ທຸກໆການໂອນຂໍ້ມູນສ່ວນຕົວຂອງທ່ານຈະຖືກດຳເນີນການດ້ວຍຄວາມປອດໄພສະເໝີ.

ພາກ E - ພວກເຮົາອາດນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານໃນການຕັດສິນໃຈ ຫຼື ບັນທຶກຂໍ້ມູນທ່ານແບບອັດຕະໂນມັດ 

ພວກເຮົາ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ), ພຣູເດັນໂຊລ໌ ຄັອບພໍເຣຊັ້ນ ອາຊີ, ຄູ່ຮ່ວມທຸລະກິດ ແລະ ຄູ່ຮ່ວມການຕະຫຼາດຂອງພວກເຮົາ ອາດນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານ ໃນການຕັດສິນໃຈແບບອັດຕະໂນມັດທີ່ມີຜົນຕໍ່ທ່ານ ຫຼື ໃນການດຳເນີນການ ບັນທຶກຂໍ້ມູນອື່ນໆ (ຕົວຢ່າງ: ການບັນທຶກຂໍ້ມູນການຕະຫຼາດ).

ເທົ່າທີ່ພວກເຮົາດຳເນີນກິດຈະກຳການຕັດສິນໃຈແບບອັດຕະໂນມັດດັ່ງກ່າວ, ພວກເຮົາຈະໃຫ້ຂໍ້ມູນເພີ່ມຕື່ມແກ່ທ່ານ ໃນເວລາທີ່ເໝາະສົມຕາມກົດໝາຍທ້ອງຖິ່ນ 

ພາກ F - ການນຳໃຊ້ຂໍ້ມູນສ່ວນຕົວທີ່ລະອຽດອ່ອນຂອງທ່ານ

ສຳລັບບາງຜະລິດຕະພັນ ຫຼື ການບໍລິການ, ພວກເຮົາຈຳເປັນຕ້ອງປະມວນຜົນ ຂໍ້ມູນສ່ວນຕົວທີ່ລະອຽດອ່ອນ ຂອງທ່ານເຊັ່ນ: ຂໍ້ມູນກ່ຽວກັບສຸຂະພາບ, ກຳມະພັນ, ຕົວບົ່ງຊີ້ດ້ານຊີວະພາບ ແລະ ລົດນິຍົມທາງເພດ. ເທົ່າທີ່ ພວກເຮົາຕ້ອງການຄວາມຍິນຍອມທີ່ຊັດເຈນຂອງທ່ານ ເພື່ອປະມວນຜົນຂໍ້ມູນສ່ວນຕົວຊະນິດນີ້ໃນລັກສະນະ ທີ່ອະທິບາຍໄວ້ໃນພາກ C, D, ແລະ E, ພວກເຮົາຈະໃຫ້ລາຍລະອຽດກ່ຽວກັບເລື່ອງນີ້ໃນຈຸດເກັບກຳຂໍ້ມູນ ແລະ ຂໍຄວາມຍິນຍອມຂອງທ່ານຕາມກົດໝາຍທ້ອງຖິ່ນ.

ພາກ G - ທ່ານເປັນຜູ້ຄວບຄຸມ

ເມື່ອເວົ້າເຖິງວິທີການທີ່ພວກເຮົານຳໃຊ້ຂໍ້ມູນສ່ວນຕົວຂອງທ່ານ, ທ່ານມີສິດຕາມທີ່ອະນຸຍາດໄວ້ໃນກົດໝາຍທ້ອງຖິ່ນ.

ໃນຂະນະດຽວກັນ, ຫາກທ່ານອາໄສຢູ່ໃນເຂດອຳນາດສານຂອງ EU, ອາດມີການນຳໃຊ້ສິດເພີ່ມຕື່ມພາຍໃຕ້ລະບຽບ ການປົກປ້ອງຂໍ້ມູນທົ່ວໄປ (GDPR). ດັ່ງນັ້ນ, ທ່ານອາດຈະ:

  • ຮ້ອງຂໍສຳເນົາຂໍ້ມູນສ່ວນຕົວຂອງທ່ານໂດຍບໍ່ເສຍຄ່າ (ພວກເຮົາອາດເກັບເງິນຄ່າສຳເນົາຈາກທ່ານ ຫາກບໍ່ພົບການຮ້ອງຂໍດັ່ງກ່າວຢ່າງຈະແຈ້ງ ຫຼື ຫາກເກີນຂອບເຂດ);

  • ໃນບາງສະຖານະການ ການຮ້ອງຂໍໃຫ້ພວກເຮົາຍ້າຍຂໍ້ມູນສ່ວນຕົວຂອງທ່ານໄປຫາ ອົງການອື່ນ ຫາກທ່ານຕ້ອງການໃຫ້ພວກເຮົາຍ້າຍ;

  • ການຮ້ອງຂໍໃຫ້ພວກເຮົາແກ້ໄຂສິ່ງທີ່ຜິດພາດ ຫຼື ຕື່ມຂໍ້ມູນສ່ວນຕົວໃຫ້ຄົບຖ້ວນ;

  • ຂໍໃຫ້ພວກເຮົາລົບຂໍ້ມູນສ່ວນຕົວຂອງທ່ານຫາກບໍ່ມີຄວາມຈຳເປັນອີກຕໍ່ໄປ ເພື່ອຈຸດປະສົງທີ່ໄດ້ ກຳນົດໄວ້ໃນພາກ A ຫຼື ຫາກບໍ່ມີການປະຕິບັດທາງກົດໝາຍອື່ນໆສຳລັບການປະມວນຜົນ;

  • ຈຳກັດວິທີທີ່ພວກເຮົານຳໃຊ້ຂໍ້ມູນສ່ວນຕົວຂອງທ່ານ ຫຼື ຖອນຄວາມຍິນຍອມຂອງທ່ານ (ລວມມີ ການຕັດສິນໃຈແບບອັດຕະໂນມັດ) ທີ່ທ່ານໄດ້ໃຫ້ສຳລັບການປະມວນຜົນຂໍ້ມູນສ່ວນຕົວ;

  • ຄັດຄ້ານພວກເຮົາໃນການນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານເພື່ອການຕະຫຼາດທາງກົງ (ລວມມີການ ສະແດງການບັນທຶກຂໍ້ມູນທີ່ກ່ຽວຂ້ອງ) ຫຼື ການປະມວນຜົນອື່ນໆອີງໃສ່ຜົນປະໂຫຍດທີ່ຖືກຕ້ອງ ຕາມກົດໝາຍ ແລະ

  • ຮ້ອງທຸກຕໍ່ໜ່ວຍງານສະກັດກັ້ນຂໍ້ມູນ ຫຼື ໜ່ວຍງານຄວບຄຸມອິດສະຫຼະອື່ນອີກກ່ຽວກັບວິທີ ທີ່ພວກເຮົານຳໃຊ້ຂໍ້ມູນ.

ຫາກທ່ານຕ້ອງການໃຊ້ສິດ ຫຼື ຕ້ອງການຄຳອະທິບາຍກ່ຽວກັບສິດເຫຼົ່ານີ້, ພວກເຮົາໄດ້ອະທິບາຍວິທີທີ່ທ່ານສາມາດ ຕິດຕໍ່ຢູ່ໃນໝວດ ຕິດຕໍ່ພວກເຮົາ. 

ຫາກທ່ານຕ້ອງການໂອ້ລົມກັບພວກເຮົາ, ຈະເປັນປະໂຫຍດທີ່ຈະຮູ້ວ່າ ຜູ້ຄວບຄຸມຂໍ້ມູນສ່ວນຕົວຂອງທ່ານແມ່ນ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ). ພວກເຮົາອາດຈະຕິດຕາມ ຫຼື ບັນທຶກການໂທອອກ ຫຼື ການສື່ສານອື່ນໆ ທີ່ພວກເຮົາມີກັບທ່ານ. ນີ້ອາດ ແມ່ນສຳລັບການຝຶກອົບຮົມ, ເພື່ອຄວາມປອດໄພ ຫຼື ເພື່ອຊ່ວຍໃຫ້ພວກເຮົາກວດສອບຄຸນນະພາບ.

ພາກ H - ປະຕິບັດໜ້າທີ່ແທນຜູ້ອື່ນບໍ່? 

ກົດໝາຍທ້ອງຖິ່ນຂອງທ່ານອາດ​ຕ້ອງ​ການ​ໃຫ້​ທ່ານ ​ຂໍການ​ອາ​ນຸ​ຍາດ ຈາກ​ເຈົ້າ​ຂອງ​ຂໍ້​ມູນ ​​ໃນກໍ​ລະ​ນີ​ທີ່​ທ່ານຕາງ​ໜ້າ​ບຸກ​ຄົນ​ອື່ນ (ຫຼື ກຸ່ມຄົນອື່ນ)​ ໃນ​ການ​ສະ​ໜອງຂໍ້ມູນສ່ວນຕົວຂອງ​ເຂົາ    ເຊິ່ງ ແມ່ນການ​ອາ​ນຸ​ຍາດ​ໃຫ້:

  • ການປະມວນຜົນຂໍ້ມູນສ່ວນຕົວ ແລະ ຂໍ້ມູນສ່ວນຕົວທີ່ລະອຽດອ່ອນຂອງພວກເຂົາ (ດັ່ງທີ່ພວກເຮົາໄດ້

ອະທິບາຍໄວ້ໃນພາກ A - G ຂ້າງເທິງ);ແລະ

  • ທ່ານໄດ້ຮັບແຈ້ງການກ່ຽວກັບການປົກປ້ອງຂໍ້ມູນແທນພວກເຂົາ.

ບໍ່​ວ່າ​ດ້ວຍເຫດຜົນໃດກໍ່ຕາມ ຫາກທ່ານ​ມີ​ຄວາມກັງວົນວ່າ ທ່ານໄດ້ຮັບອະນຸຍາດ​ຈາກ​ເຈົ້າ​ຂອງ​ຂໍ້​ມູນ ໃນ​ການສະ​ໜອງຂໍ້ມູນຂອງຜູ້ອື່ນແກ່ພວກເຮົາ ຫຼື ບໍ່, ກະລຸນາ ຕິດຕໍ່ພວກເຮົາຕາມທີ່ຢູ່ອີເມວລຸ່ມນີ້ກ່ອນທີ່ຈະສົ່ງຂໍ້ມູນໃດໜຶ່ງໃຫ້ພວກເຮົາ.

ພາກ I- ການຕະຫຼາດທາງກົງ 

ພວກເຮົາ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ), ພຣູເດັນໂຊລ໌ ຄັອບພໍເຣຊັ້ນ ອາຊີ, ຄູ່ຮ່ວມທຸລະກິດ ແລະ ຄູ່ຮ່ວມການຕະຫຼາດຂອງພວກເຮົາ ຍັງຈະສົ່ງຂໍ້ມູນໃຫ້ທ່ານທາງໄປສະນີກ່ຽວກັບຜະລິດຕະພັນ ແລະ ການບໍລິການຂອງກຸ່ມບໍລິສັດ ພຣູເດັນໂຊລ໌ ແລະ ບຸກຄົນທີສາມທີ່ຄັດເລືອກດ້ວຍຄວາມລະ​ມັດ​ລະ​ວັງ

ນອກຈາກນັ້ນ, ພວກເຮົາ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ), ພຣູເດັນໂຊລ໌ ຄັອບພໍເຣຊັ້ນ ອາຊີ, ກຸ່ມບໍລິສັດ ພຣູເດັນໂຊລ໌ ຕ້ອງການຕິດຕໍ່ຫາທ່ານທາງອີເລັກໂຕຣນິກ ພ້ອມກັບລາຍລະອຽດກ່ຽວກັບຜະລິດຕະພັນ, ການບໍລິການ ແລະ ຂໍ້ສະເໜີພິເສດໃດໜຶ່ງເປັນ​ແຕ່​ລະ​ໄລ​ຍະ. ພວກເຮົາຈະດຳເນີນການຕາມນີ້ເທົ່ານັ້ນ ຫາກທ່ານໄດ້ອາ​ນຸ​ຍາດໃຫ້ພວກເຮົາຕິດຕໍ່ທ່ານ ທາງອີເລັກໂຕຣນິກ.

ແລະ ຫາກທ່ານປ່ຽນໃຈ ແລະ / ຫຼື ທ່ານຕ້ອງການເລືອກທີ່ຈະອອກຈາກ ການຮັບຂໍ້ມູນການຕະຫຼາດທາງກົງທີ່ບໍ່ ແມ່ນເອເລັກໂຕຣນິກ, ແຈ້ງໃຫ້ພວກເຮົາຮູ້ໄດ້ແບບງ່າຍດາຍ. ພຽງແຕ່ນຳໃຊ້ຕົວເລືອກໜຶ່ງໃນໝວດ ຕິດຕໍ່ພວກເຮົາ.

ຕິດຕໍ່ພວກເຮົາ

ຫາກທ່ານຕ້ອງການໃຊ້ສິດຂອງທ່ານໃນພາກ G ຫຼື ຫາກທ່ານຮ້ອງຂໍຂໍ້ມູນອື່ນໆກ່ຽວກັບພາກອື່ນຂອງແຈ້ງການ ສະບັບນີ້, ທ່ານສາມາດຕິດຕໍ່ພວກເຮົາດ້ວຍຫຼາຍວິທີ. 

ຂຽນຫາພວກເຮົາທີ່:

ຊັ້ນ 5, ວຽງຈັນເຊັນເຕີ, ຖະໜົນຄູວຽງ, ບ້ານ ໜອງຈັນ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ສປປ ລາວ.

ສົ່ງອີເມວຫາພວກເຮົາທີ່: info@prudential.la

ຫຼື ເຂົ້າຊົມ:

www.prudential.la

Prudential Corporation Asia ໝາຍເຖິງ Prudential Corporation Asia Limited. 

ກຸ່ມບໍລິສັດ ພຣູເດັນໂຊລ໌ ໝາຍເຖິງ Prudential Plc, Prudential Holdings Limited ແລະ ບໍລິສັດ ໃນເຄືອອື່ນໆຂອງ Prudential plc. Prudential Plc ບໍ່ມີສ່ວນກ່ຽວຂ້ອງກັບບໍລິສັດ Prudential Financial, Inc. ເປັນບໍລິສັດທີ່ມີທີ່ຕັ້ງທຸລະກິດຕົ້ນຕໍຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດປະກັນໄພ ພຣູເດັນ ໂຊລ໌, ເປັນບໍລິສັດໃນເຄືອຂອງ M&G Plc, ບໍລິສັດທີ່ລວມກຸ່ມຢູ່ໃນສະຫະລາຊະອານາຈັກ.

ຄູ່ຮ່ວມທຸລະກິດ ໝາຍເຖິງ ຜູ້ໃຫ້ບໍລິການ, ພະນັກງານບັນຊີ, ຜູ້ກວດສອບ, ຜູ້ໃຫ້ບໍລິການດ້ານໄອທີ ແລະ ແພລດ ຟອມ, ຄົນກາງ, ຜູ້ປະກັນໄພຕໍ່, ຜູ້ຈັດການດ້ານການລົງທຶນ, ຕົວແທນ, ຜູ້ດູແລເງິນບຳນານ (ແລະ ຜູ້ຖືຜົນປະໂຫຍດ ຮ່ວມອື່ນໆ) ທີ່ປຶກສາໂຄງການ, ຜູ້ແນະນຳ, ຜູ້ໃຫ້ບໍລິການທາງການເງິນ ແລະ ຜະລິດຕະພັນປະກັນໄພຂອງບຸກຄົນທີສາມທີ່ຜ່ານການຄັດເລືອກ ແລະ ທີ່ປຶກສາດ້ານກົດໝາຍຂອງພວກເຮົາ. 

ຄູ່ຮ່ວມການຕະຫຼາດ ໝາຍເຖິງ ຜູ້ໃຫ້ບໍລິການ, ຄົນກາງ, ຜູ້ດູແລເງິນບຳນານ (ແລະ ຜູ້ຖືຜົນປະໂຫຍດຮ່ວມອື່ນໆ), ທີ່ປຶກສາໂຄງການ, ຜູ້ແນະນຳ ແລະ ຜູ້ໃຫ້ບໍລິການທາງການເງິນ ແລະ ຜະລິດຕະພັນປະກັນໄພຂອງບຸກຄົນທີສາມ ທີ່ຜ່ານການຄັດເລືອກຂອງພວກເຮົາ.